spot_img
Homeຂ່າວທ້ອງຖິ່ນເມືອງໂພນໄຊທຳລາຍຢາເສບຕິດ ແລະ ອາວຸດລ່າສັດຫຼາຍລາຍການ

ເມືອງໂພນໄຊທຳລາຍຢາເສບຕິດ ແລະ ອາວຸດລ່າສັດຫຼາຍລາຍການ

Published on

ໃນຕອນເຊົ້າຂອງວັນທີ 29 ກັນຍາ 2022 ຢູ່ຫໍປະຊຸມໃຫຍ່ຂອງເມືອງໂພນໄຊ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນບັ້ນລົງແກ້ໄຂປະກົດການຫຍໍ້ທໍ້ບັນຫາຢາເສບຕິດ 2 ກູ່ມຄຶ:ກຸ່ມທ່າຂ້າມ ແລະ ກຸ່ມສົບເຈ້ຍ ຂື້ນຢ່າງເປັນທາງການ ໂດຍເປັນປະທານຂອງ ສະຫາຍ ທອງຈັນ ລັດຕະນະປະດິດ ເຈົ້າເມືອງໂພນໄຊ ປະທານປ້ອງການຊາດ-ປ້ອງກັນຄວາມສະ ຫງົບເມືອງ ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ, ຄະນະຊີ້ນໍາບ້ານທັງ 57 ບ້ານທົ່ວເມືອງ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ສະຫາຍ ພັນໂທ ສຸລິໂພ ຍົດສະນີ ຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ຂື້ນຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດໃນບັ້ນລົງແກ້ໄຂບັນຫາຢາເສບຕິດ ( ຕິດພັນກັບປະ ຕິບັດ 2 ວາລະແຫ່ງຊາດ)ຢູ່ພາຍໃນສອງກຸ່ມມີ 17 ບ້ານ, ມີ 1.371 ຄອບຄົວ, ພົນລະເມືອງ 7.753 ຄົນ, ຍິງ 3.522 ຄົນ, ມີ 107 ໜ່ວຍຄຸ້ມຄອງ, ມີກອງຫຼອນ 213 ສະຫາຍ, ຖືອາວຸດ 55 ກະບອກ,ປ້ອງກັນບ້ານ 106 ສະຫາຍ, ຖືອາວຸດ 27 ກະບອກ, ບາດກ້າວໃນການຈັດຕັ້ງປະຕິບັດ ໄດ້ເຕົ້າໂຮມການຈັດ ຕັ້ງທຸກພາກສ່ວນ ແລະ ປະຊາຊົນທີ່ມີອາຍຸ 18 ປີຂື້ນໄປ ເພື່ອເຂົ້າຮ່ວມຂະບວນການແກ້ໄຂບັນຫາຢາເສບຕິດໄດ້ເຊື່ອມຊຶມບັນດາເອກະສານມີເອກະສານວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ເອກະສານຢາເສບຕິດ, ຜົນຮ້າຍຂອງຢາເສບຕິດ, ຂໍ້ກໍນົດວ່າດ້ວຍການຄຸ້ມຄອງອາວຸດເສີກ ແລະ ອາວຸດລ່າເນື້ອ, ຄອບຄົວເປົ້າໝາຍພົວພັນຢາເສບຕິດມີ 534 ຄອບຄົວ ກວມເອົາ 38 %, ເປົ້າໝາຍເສບຢາເສບຕິດມີ 658 ຄົນ, ຍິງ 16 ຄົນ ກວມເອົາ 8 % ຂອງພົນລະເມືອງທັງ 17 ບ້ານ, ເປົ້າໝາຍຄ້າ-ຂາຍຢາເສບຕິດ 46 ຄົນ, ຍິງ 11 ຄົນ, ເປົ້າໝາຍມີອາວຸດລ່າເນື້ອມີ 202 ຄົນ,ກວມເອົາ 5 ສ່ວນຮ້ອຍ, ເປົ້າໝາຍມີອາວຸດເສີກ 1 ຄົນ, ເປົ້າໝາຍປະກົດການຫຍໍ້ທໍ້ຕ່າງໆມີ 27 ກໍລະນີ, ຂື້ນບັນຊີເປົ້າໝາຍເຊື່ອຖືສາສະໝາຕ່າງປະເທດ 2 ຄົນ, ຍິງ 1 ຄົນ, ພົນລະເມືອງບໍ່ທັນໄດ້ຂື້ນສໍາມະໂນຄົວ 236 ຄົນ, ຍິງ 128 ຄົນ.

ຕໍ່ກັບເປົ້າໝາຍທີມີການພົວພັນຢາເສບຕິດໄດ້ຂຽນບົດບັນທຶກຕໍ່ຄອບຄົວເປົ້າໝາຍເສບຢາເສບຕິດມີ 493 ຄອບຄົວ, ບັນລຸໄດ້ 92%, ຍັງຄ້າງ 41 ຄອບຄົວ,ໄດ້ຂຽນປະຕິຍານຕົນເອງມີ 593 ຄົນ ບັນລຸໄດ້ 90%, ໃນນັ້ນມີຢາບ້າ 581 ຄົນ, ເສບຢາຝີ່ນ 12 ຄົນ,ຍັງຄ້າງ 65 ຄົນ,ຍິງ 3 ຄົນ, ໄດ້ຂຽນບົດບັນທຶກຕໍ່ເປົ້າໝາຍຄ້າ-ຂາຍ 10 ຄົນບັນລຸໄດ້ 100%, ນໍາເຂົ້າສູນບໍາບັດດັດສ້າງ 25 ຄົນ, ຍຶດຂອງກາງໄດ້ຢາບ້າ 2,161 ເມັດ, ຢາຝີ່ນໄດ້ 2 ຄົນແລະ ອຸປະກອນເສບຢາຝີ່ນ 3 ຊຸດ,ກວດນໍ້າມຸດ 4 ຄົນ, ພົບສານເສບຕິດ 3 ຄົນ, ໄດ້ຂື້ນທະບຽນອາວຸດລ່າເນື້ອ 538 ກະບອກເທົ່າກັບ 6 ສ່ວນຮ້ອຍ, ທ້ອນໂຮມອາວຸດລ່າເນື້ອໄດ້ 207 ກະບອກ, ບັນລຸໄດ້ 38 ສ່ວນຮ້ອຍ,ອາວຸດເສີກ 1 ກະບອກບັນລຸໄດ້ຮ້ອຍສ່ວນຮ້ອຍ ແລະ ໄດ້ຂຽນບົດບັນທຶກຕໍ່ເປົ້າໝາຍມີອາວຸດລ່າເນື້ອ 1 ຄົນ, ພາຍຫຼັງສໍາເລັດກອງປະຊຸມແລ້ວຄະນະປະທານ, ແຂກທີຖືກເຊີນທຸກຂະແໜງການຂອງເມືອງ ແລະ ອົງການປົກຄອງບ້ານແຕ່ລະບ້ານທັງ 17 ບ້ານ ໄດ້ພ້ອມກັນທໍາລາຍ, ຈູດ, ເຜົາ ຢາເສບຕິດ ແລະອາວຸດລ່າສັດທຸກຊະນິດ,ທຸກປະເພດຕື່ມອີກ

ແຫຼ່ງຂ່າວ: MediaLAOS

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...