spot_img
Homeຂ່າວທ້ອງຖິ່ນເມືອງໂພນໂຮງ ແຂວງວຽງຈັນ ແຈ້ງໃຫ້ປະຊາຊົນມ້ຽນຊັບສິນຂອງຕົນໃຫ້ດີ

ເມືອງໂພນໂຮງ ແຂວງວຽງຈັນ ແຈ້ງໃຫ້ປະຊາຊົນມ້ຽນຊັບສິນຂອງຕົນໃຫ້ດີ

Published on

ວັນທີ 13 ມິຖຸນາ 2022 ຕາມແຈ້ງການເມືອງໂພນໂຮງ ແຂວງວຽງຈັນ ໄດ້ແຈ້ງເລື່ອງແຈ້ງເຖິງພໍ່ແມ່ປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ, ຕຳຫຼວດ, ພໍ່ຄ້າຊາວຂາຍ, ມ້ຽນມັດຊັບສິນຂອງຕົນເອງ. ເນື່ອງຈາກສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ເມືອງໂພນໂຮງ, ແຂວງວຽງຈັນ ໃນໄລຍະຜ່ານມາ ກໍ່ຄືປັດຈຸບັນໂດຍສະເພາະແມ່ນບັນຫາລັກຊັບ, ອີງຕາມ ການເຄື່ອນໄຫວຂອງພວກກຸ່ມຄົນບໍ່ດີ ທີ່ສວຍໂອກາດລັກຊັບຂອງພົນລະເມືອງ.

ໃນໄລຍະຜ່ານມາ ມີການເຄື່ອນໄຫວຂອງພວກກຸ່ມຄົນບໍ່ດີ ທີ່ເຄື່ອນໄຫວສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍ, ລັກຊັບ ຢູ່ເມືອງ ໂພນໂຮງ ແລະ ເຫັນວ່າພໍ່ແມ່ປະຊາຊົນຈຳນວນໜຶ່ງຍັງຖືເບົາເຊັ່ນ: ຈອດລົດຊະຊາຍ (ຈອດໝົດມື້ ແລະ ປະກະແຈຄາລົດໄວ້), ປ່ອຍສັດ (ງົວ,ຄວາຍ) ຊະຊາຍ ເຮັດໃຫ້ກຸ່ມຄົນບໍ່ດີສວຍໂອກາດລັກ, ເກີດອຸປະຕິເຫດ ແລະ ອື່ນໆ. ເຈົ້າເມືອງ-ເມືອງໂພນໂຮງ ຂໍຖືເປັນກຽດ ແຈ້ງການມາຍັງພໍ່ແມ່ປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ, ຕຳຫຼວດ, ພໍ່ຄ້າ-ຊາວຂາຍ, ຕະຫຼອດຮອດເຈົ້າຂອງກິດຈະການ, ເຈົ້າຂອງໂຮງແຮມ, ບ້ານພັກ,ເຮືອນພັກ, ຫ້ອງແຖວ, ຫ້ອງເຊົ່າ, ສໍານັກງານອົງການ, ໂຮງຮຽນ, ໂຮງໝໍ, ຕະຫຼາດ, ໂຮງຈັກ-ໂຮງງານແລະ ສຳນັກງານອົງການອື່ນໆ ທີ່ຕັ້ງຢູ່ເມືອງໂພນໂຮງ ຊາບວ່າ:

1. ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ, ພະນັກງານ ທະຫານ ຕຳຫຼວດ, ພໍ່ຄ້າ-ຊາວຂາຍ ທົ່ວເມືອງໂພນໂຮງໃຫ້ເອົາໃຈໃສ່ປົກປັກຮັກສາມ້ຽນມັດ ຊັບສິ່ງຂອງ ຂອງຕົນໃຫ້ດີ ເຊັ່ນ ມ້ຽນມັດ ຮັກສາ ບໍ່ໃຫ້ບັງອາດເປີດແປນ, ພ້ອມທັງຊ່ວຍເປັນຫູເປັນຕາຕິດຕາມການເຄື່ອນໄຫວຂອງພວກກຸ່ມຄົນບໍ່ດີ.

2. ໃຫ້ເຈົ້າຂອງກິດຈະການ, ເຈົ້າຂອງໂຮງແຮມ, ບ້ານພັກ, ເຮືອນພັກ, ຫ້ອງແຖວ, ຫ້ອງເຊົ່າ,ສຳນັກງານອົງການ, ໂຮງຮຽນ, ໂຮງໝໍ, ຕະຫຼາດ, ໂຮງຈັກ – ໂຮງງານ, ຮ້ານກີນດື່ມ, ຮ້ານບັນເທິງ ແລະ ອື່ນໆ ແມ່ນໃຫ້ມີສະຖານທີ່ຝາກລົດຈັກ ຫຼື ບ່ອນຈອດລົດໃຫ່ຍສະເພາະ ແລະ ຢາກໃຫ້ຕິດຕັ້ງກ້ອງວົງຈອນປິດ ພ້ອມທັງໃຫ້ມີຜູ້ເຝົ້າຍາມ.

3. ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ, ພະນັກງານ ທະຫານ ຕໍາຫຼວດ, ເຈົ້າຂອງໂຮງແຮມ, ບ້ານພັກ, ເຮືອນພັກ, ຫ້ອງແຖວ, ຫ້ອງເຊົ່າ, ສຳນັກງານອົງການ, ໂຮງຮຽນ, ໂຮງໝໍ, ຕະຫຼາດ, ໂຮງຈັກ – ໂຮງງານ, ຮ້ານກີນດື່ມ, ຮ້ານບັນເທີງ ແລະ ອື່ນໆ ເອົາໃຈໃສ່ຕິດຕາມ ຊ່ວຍເປັນຫູ ເປັນຕາຊ່ວຍຕິດຕາມການເຄື່ອນໄຫວຂອງພວກກຸ່ມຄົນບໍ່ດີ ເນື່ອງຈາກວ່າ: ກຸ່ມຄົນບໍ່ດີ ປັດຈຸບັນເຄື່ອນໄຫວກໍ່ການກະທຳຜິດ ຖືເອົາບ້ານພັກ, ໂຮງແຮມ, ຫ້ອງແຖວ, ຫ້ອງເຊົ່າ ເປັນບ່ອນອາໃສຢູ່ເຄື່ອນໄຫວກໍ່ການກະທຳຜິດ. ຖ້າກໍລະນີພົບເຫັນພວກກຸ່ມຄົນບໍ່ດີ ຫຼື ກໍລະນີເປັນການສົງໃສ ໃຫ້ແຈ້ງເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ເຊັ່ນ ນາຍບ້ານ, ປກສ ບ້ານ, ປກຊ ບ້ານ, ປກສ ກຸ່ມບ້ານ ຫຼື ເຈົ້າໜ້າທີ່.

4. ຫ້າມພໍ່ແມ່ປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານຕຳຫຼວດ, ພໍ່ຄ້າຊາວຂາຍ ຮັບຊື້ຊັບສິ່ງຂອງທີ່ຜິດກົດໝາຍຢ່າງເດັດຂາດ ເປັນຕົ້ນ ລົດຈັກ, ລົດໃຫຍ່ ຫຼື ຮັບຊວດຈຳ ແລະ ອື່ນໆ ໂດຍທີ່ບໍ່ຖືກຕ້ອງ. ຖ້າຫາກເຈົ້າໜ້າທີ່ກວດກາພົບເຫັນຈະໄດ້ຍຶດຊັບສິ່ງຂອງດັ່ງກ່າວ ມາດໍາເນີນການສືບສວນ-ສອບສວນ ໂດຍຜູ້ຊື້ຈະບໍ່ມີການຕໍ່ວ່າ.

5. ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານທະຫານ, ຕໍາຫຼວດ ເວລາຈັດງານລ້ຽງ, ງານສ້າງສັນ ຫຼື ງານດອງ, ກິນທານ ແລະ ອື່ນໆ ຢູ່ຕາມບ້ານ – ສະຖານທີ່ຕ່າງໆ ໃຫ້ມີຜູ້ເຝົ້າຍາມລົດ ( ມີຜູ້ປ້ອງກັນ ). ດັ່ງນັ້ນ, ເຈົ້າເມືອງ-ເມືອງໂພນໂຮງ ຈີ່ງໄດ້ອອກແຈ້ງການສະບັບນີ້ມາຍັງພໍ່ແມ່ປະຊາຊົນບັນດາເຜົ່າ,ພະນັກງານ ທະຫານ ຕຳຫຼວດ, ພໍ່ຄ້າ ຊາວຂາຍ ຕະຫຼອດຮອດເຈົ້າຂອງກິດຈະການ, ໂຮງແຮມ, ບ້ານພັກ,ເຮືອນພັກ, ຫ້ອງແຖວ, ຫ້ອງເຊົ່າ, ສຳນັກງານອົງການ, ໂຮງຮຽນ, ໂຮງໝໍ, ຕະຫຼາດ, ໂຮງຈັກ – ໂຮງງານ, ຮ້ານກິນດື່ມ, ຮ້ານບັນເທິງ, ຮ້ານອາຫານ ແລະ ອື່ນໆ ທົ່ວເມືອງໂພນໂຮງຊາບ ແລ້ວພ້ອມກັນຈັດຕັ້ງປະຕິບັດເນື້ອໃນດັ່ງກ່າວນີ້ຢ່າງເຂັ້ມງວດ.

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...