spot_img
Homeຂ່າວພາຍ​ໃນເມືອງວຽງໄຊ ລົງກວດກາ ແລະ ທຳລາຍສິນຄ້າໝົດອາຍຸ-ເສື່ອມຄຸນນະພາບ

ເມືອງວຽງໄຊ ລົງກວດກາ ແລະ ທຳລາຍສິນຄ້າໝົດອາຍຸ-ເສື່ອມຄຸນນະພາບ

Published on

ເມືອງວຽງໄຊ ລົງກວດກາ ພ້ອມກັບທຳລາຍສິນຄ້າໝົດອາຍຸ ເສື່ອມຄຸນນະພາບ ທີ່ຢຶດໄດ້ຕາມຮ້ານຄ້າພາຍໃນເມືອງ.

ແຫຼ່ງຂ່າວ ເມືອງວຽງໄຊ ລາຍງານວ່າ: ວັນທີ 30 ມີນາ 2023 ຄະນະຮັບຜິດຊອບກວດກາຮ້ານອາຫານ, ຮ້ານຂາຍເຄື່ອງຍົກ-ຂາຍຍ່ອຍ ຢູ່ພາຍໃນເທສະບານເມືອງວຽງໄຊ ແຂວງຫົວພັນ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຂອງເມືອງລົງກວດກາສິນຄ້າໝົດອາຍຸ ແລະ ເຊື່ອມຄຸນນະພາບ ຢູ່ຕາມຮ້ານໃນຕົວເມືອງວຽງໄຊ.

ຜ່ານການລົງກວດກາໃນຄັ້ງນີ້ ສາມາດກວດຍຶດອາຫານທີ່ເສື່ອມຄຸນນະພາບ ແລະ ໝົດອາຍຸແລ້ວ ເປັນປະເພດເຂົ້າໜົມ, ຮອດດັອກ ແລະ ສິນຄ້າຫລາຍປະເພດ ລວມມູນຄ່າທັງໝົດ 2 ລ້ານກວ່າກີບ ຈາກນັ້ນຈຶ່ງພ້ອມກັນທຳລາຍຖິ້ມ.

ເພື່ອເຮັດໃຫ້ຜູ້ບໍລິໂພກໄດ້ບໍລິໂພກອາຫານທີ່ໄດ້ມາດຕະຖານດ້ານຄຸນນະພາບ, ສະອາດ, ມີຄວາມປອດໄພ ຍ້ອນຜົນຮ້າຍຂອງອາຫານທີ່ເສື່ອມຄຸນນະພາບ ແລະ ອາຫານໝົດອາຍຸການນຳໃຊ້ມີຢ່າງຫຼວງຫຼາຍຕໍ່ສຸຂະພາບຮ່າງກາຍຂອງຄົນເຮົາ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...