spot_img
Home​ຂ່າວທ່ອງທ່ຽວເມືອງມໍລະດົກໂລກຫຼວງພະບາງ ເມືອງໜ້າທ່ອງທ່ຽວທີ່ສຸດເປັນອັນດັບ 5 ຂອງໂລກ

ເມືອງມໍລະດົກໂລກຫຼວງພະບາງ ເມືອງໜ້າທ່ອງທ່ຽວທີ່ສຸດເປັນອັນດັບ 5 ຂອງໂລກ

Published on

ວາລະສານ travel and leisure ຂອງສະຫະລັດອາເມລິກາ ຈັດອັນດັບເມືອງທີ່ໜ້າດຶງດູດການທ່ອງທ່ຽວຫຼາຍທີ່ສຸດໃນໂລກປະຈໍາປີ 2016 ນີ້ ພົບວ່າ ເມືອງມໍລະດົກໂລກແຂວງຫຼວງພະບາງຂອງ ສປປ ລາວ ຕິດອັນດັບທີ 5 ຂອງໂລກ

ສ່ວນອັນດັບທີ 1 ແມ່ນເມືອງຄາຣເລສຕັນ, ຊາວແຄໂຣລິນາ ຂອງສະຫະລັດອາເມລິກາ,Charleston, South Carolina

ອັນດັບທີ 2 ແມ່ນແຂວງຊຽງໃໝ່, ຣາຊະອານາຈັກໄທ,Chiang Mai, Thailand

ອັນດັບທີ 3 ແມ່ນນະຄອນຊານມິເກວເດອັນເລັນ, ປະເທດແມັກຊິໂກ, San Miguel de Allende, Mexico

ອັນດັບທີ 4 ແມ່ນເມືອງ ຟລໍເຣັນ, ປະເທດອີຕາລີ,Florence, Italy

ອັນດັບທີ 5 ເມືອງ ຫຼວງພະບາງ ສປປ ລາວ

ອັນດັບທີ 6 ແມ່ນນະຄອນກຽວໂຕ, ປະເທດຍີ່ປຸ່ນ.Kyoto, Japan

ທັງນີ້, ການຈັດອັນດັບດັ່ງກ່າວແມ່ນເປັນຜົນມາຈາກການໃຫ້ຄະແນນຂອງນັກທ່ອງທ່ຽວທົ່ວໂລກທີ່ໄຝ່ຝັນຢາກໄປສຳພັດກ່ອນສິ້ນລົມຫາຍໃຈ ແລະ ໄດ້ໄປມາແລ້ວສິ່ງທີ່ປະທັບໃຈຫຼາກຫຼາຍບໍ່ວ່າຈະເປັນຄວາມສະຫງົບສຸກ, ສະອາດງາມຕາ, ມີຮ່ອງຮອຍທາງປະຫວັດສາດ, ວັດທະນາທຳຮີດຄອງປະເພນີອັນດີງາມ, ໂຄງສ້າງເຮືອນຊານທີ່ຍັງຄົງຮູບຊົງເດີມ, ທໍາມະຊາດງົດງາມ, ອາຫານແຊບ ແລະ ອື່ນໆ.

(ຮູບປະກອບຈາກອິນເຕີເນັດ) ແຫຼ່ງຂໍ້ມູນອ້າງອີງຈາກ: http://www.travelandleisure.com/worlds-best/cities#intro

ທີ່ມາຂອງຂ່າວຈາກ: unader.com
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...