spot_img
Homeຂ່າວການພັດທະນາເມືອງພຽງ ໄດ້ຮັບການພັດທະນາ ສາມາດລຶບລ້າງຄວາມທຸກຍາກ ໄດ້ແລ້ວ 99%!

ເມືອງພຽງ ໄດ້ຮັບການພັດທະນາ ສາມາດລຶບລ້າງຄວາມທຸກຍາກ ໄດ້ແລ້ວ 99%!

Published on

ຂປລ. ​ໂດຍ​ໄດ້​ຮັບ​ການ​ຊີ້​ນຳ​ ນຳພາ​ຈາກຄະນະບໍລິຫານງານພັກ​ ແຂວງ​ໄຊ​ຍະ​ບູລີ ເຮັດໃຫ້ເມືອງພຽງ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ມີທ່າກ້າວຂຶ້ນຢ່າງບໍ່ຢຸດຢັ້ງ,​​ ມາ​ຮອດ​ປັດຈຸບັນ ສາມາດ​ລຶບລ້າງ​ຄວາມທຸກ​ຍາກ​ໄດ້ແລ້ວ 99%, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນຈັງຫວະບໍ່ຫລຸດ 11%/ ປີ, ລາຍຮັບສະເລ່ຍ 1.945 ໂດລາ/ຄົນ/ປີ, ການຜະລິດເຂົ້າບັນລຸ 34.200 ໂຕນ ສະເລ່ຍ 600 ກິໂລ/ຄົນ/ປີ ໃນແຕ່ລະປີສາມາດ ສົ່ງເຂົ້າອອກຂາຍ 14.000 ໂຕນ.

ຂະນະ​ດຽວ​ກັນ, ເມືອງດັ່ງກ່າວ ໄດ້ສຳເລັດການສ້າງບ້ານພັດທະນາ 37 ບ້ານ, ບ້ານວັດທະນະທຳ 45 ບ້ານ, ບ້ານປອດຢາເສບຕິດ 33 ບ້ານ, ບ້ານປອດຄະດີ 49 ບ້ານ, ບ້ານສາທາລະນະສຸກແບບຢ່າງ 49 ບ້ານ ​ແລະ ໄດ້ຮັບຮອງເປັນເມືອງ ຢຸດຕິດການຖາງປ່າເຮັດໄຮ່ ແບບເລື່ອນລອຍໃນປີ 2012, ປະກາດຮັບຮອງ ເປັນເມືອງສະຫະພັນແມ່ຍິງ 3 ດີ ໃນປີ 2010, ຮັບຮອງເປັນເມືອງ 2 ດີ 5 ເປັນເຈົ້າຂອງ ສະຫະພັນກຳມະບານໃນປີ 2013, ປະກາດເປັນເມືອງຈົບຊັ້ນມັດທະຍົມຕອນຕົ້ນບຳລຸງ ທົ່ວເມືອງ ໃນປີ 2014 ແລະ ໄດ້ປະກາດເປັນ ຮັບຮອງເປັນເມືອງ 4 ບຸກຂອງຊາວໜຸ່ມໃນປີ 2015.

ແຫລ່ງຂ່າວ:
ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...