spot_img
Homeຂ່າວທ້ອງຖິ່ນເມືອງຜາອຸດົມ ແຂວງບໍ່ແກ້ວ ຄາດຄະເນຜົນຜະລິດເຂົ້ານາປີ 11 ພັນກວ່າໂຕນ

ເມືອງຜາອຸດົມ ແຂວງບໍ່ແກ້ວ ຄາດຄະເນຜົນຜະລິດເຂົ້ານາປີ 11 ພັນກວ່າໂຕນ

Published on

ຂປລ. ທ່ານ ສົມໄຊ ວັນນະຈອມຈັນ ຫົວໜ້າຂະແໜງປູກຝັງ, ຫ້ອງການກະສິກຳ-ປ່າໄມ້ ເມືອງຜາ​ອຸດົມ ​ແຂວງ​ບໍ່​ແກ້ວ ໃຫ້ຮູ້ວ່າ: ກະສິິກອນຢູ່ເມືອງຜາອຸດົມ ໄດ້ເລີ່ມລົງມືສຸມໃສ່ປັກດຳ ເຂົ້ານາປີ ຂອງຕົນມາແຕ່ກາງເດືອນມິຖຸນາ, ປັດຈຸບັນໄດ້ສຳເລັດແລ້ວ 95% ໃນເນື້ອທີ່ 2.470 ເຮັກຕາໃນ 35 ບ້ານ, ມີ 2.097 ຄອບຄົວ. ຄາດວ່າຈະໃຫ້ສຳເລັດການປັກດຳ 100%, ໃນຕົ້ນເດືອນສິງຫານີີ້; ຄາດຄະເນສະມັດ ຕະພາບ 4,5 ໂຕນ/ເຮັກຕາ ​ແລະ ຜົນຜະລິດ​ໃຫ້​ໄດ້ 11.115 ໂຕນ.

ນອກຈາກການຜະລິດເຂົ້ານາປີແລ້ວ ກະສິກອນຢູ່ເມືອງຜາອຸດົມ ທີ່ອາໄສຢູ່ເຂດເນີນສູງຍັງໄດ້ ຜະລິດເຂົ້າໄຮ່່ໝູນວຽນໃນເນື້ອທີ່ 3,929 ເຮັກຕາ, ປູກໝາກເດືອຍ 125 ເຮັກຕາ, ສາລີແຂງ 40 ເຮັກຕາ, ສາລີຫວານ 150 ເຮັກຕາ, ໝາກງາ 120 ເຮັກຕາ ແລະ ພືດຜັກຊະນິດຕ່າງໆໃນເນື້ອທີ່ 20 ກວ່າເຮັກຕາ, ຄາດຄະເນຜົນຜະລິດໄດ້ທັງໝົດ 17.197 ໂຕນ.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...