spot_img
Homeຂ່າວທ້ອງຖິ່ນເມືອງປາກກະດິງ ພົບຜູ້ຕິດເຊື້ອພະຍາດໄຂ້ເລືອດອອກ 50 ກວ່າກໍລະນີ!

ເມືອງປາກກະດິງ ພົບຜູ້ຕິດເຊື້ອພະຍາດໄຂ້ເລືອດອອກ 50 ກວ່າກໍລະນີ!

Published on

ຂປລ. ທ້າຍອາທິດຜ່ານມາ, ທ່ານ ສີກັນໄທ ສຸດດາວົງ ຫົວໜ້າຫ້ອງການ ສາທາລະນະສຸກ ເມືອງປາກກະດິງ​ແຂວງບໍລິຄຳໄຊໄດ້ໃຫ້ຮູ້ວ່າ: ​ໃນປີນີ້ ກວດພົບ​ເຊື້ອພະຍາດໄຂ້ເລືອດອອກ 50 ກ່ວາກໍລະນີ ຢູ່ເມືອງປາກກະດິງ ແຕ່ບໍ່ມີຜູ້ເສຍຊີວິດ. ໃນນັ້ນພົບຫລາຍກ່ວາໝູ່ ແມ່ນຢູ່ບ້ານສົມສະນຸກ ມີເຖິງ 30 ກໍລະນີ.

ຕໍ່ກັບບັນຫາດັ່ງກ່າວ, ທຸກພາກສ່ວນກ່ຽວຂ້ອງ ໄດ້ລົງເຄື່ອນໄຫວສຸຂະສຶກສາໃຫ້ປະຊາຊົນ ບ້ານທີ່ມີເຊື້ອດັ່ງກ່າວ ເອົາໃຈໃສ່ເຮັດອະນາໄມ 3 ສະອາດ, ທຳລາຍແຫລ່ງເພາະພັນຂອງຂອງຍຸງລາຍ ໂດຍສະເພາະແມ່ນທຳລາຍກະໂປະ, ກະປ໋ອງ ແລະ ພາຊະນະອື່ນໆທີ່ມີນ້ຳຂັງ, ພ້ອມທັງໂຄສະນາ ໃຫ້ຮູ້ເຖິງຄວາມອັນຕະລາຍ ຂອງພະຍາດໄຂ້ຍຸງ ໄຂ້ເລືອດອອກເຊິ່ງບໍ່ມີຢາທີ່ສາມາດປິ່ນປົວໄດ້ ພຽງແຕ່ປິ່ນປົວຕາມອາການເທົ່ານັ້ນ.

ໂອກາດດຽວ ກໍໄດ້ມອບມຸ້ງຍ້ອມນ້ຳຢາກັນຍຸງ ຈຳນວນ 268 ດາງ, ມູນຄ່າ 5 ລ້ານກ່ວາກີບ ໃຫ້ປະຊາຊົນ ບ້ານທົ່ງນ້ອຍ ເຊິ່ງເປັນບ້ານເປົ້າໝາຍ ເພາະວ່າໄລຍະຜ່ານມາ ບ້ານດັ່ງກ່າວ, ເປັນບ້ານທີ່ມີຄວາມສ່ຽງສູງ ຕໍ່ການລະບາດຂອງພະຍາດໄຂ້ຍຸງ.

 

ແຫລ່ງຂ່າວ:

ຂປລ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...