ເມສຊີ່ເປັນພະເອກ!ບາຊາບຸກຍິງແອດຯມາດຣິດ

0
1491

ລິໂອເນວ ເມສຊີ່ ກາຍເປັນຮີໂຣ່ໃຫ້ກັບ ບາເຊໂລນາ ຫຼັງຈາກຍິງປະຕູໄຊໃຫ້ໃນນາທີ 65 ຊ່ວຍທີມບຸກໄປເອົາຊະນະ ແອດເລຕິໂກມາດຣິດ ໄດ້ 1-0 ຄວ້າສາມຄະແນນພ້ອມກັບໄດ້ແຊ້ມ ລາລີກ້າ ສະເປນ ໃນລະດູການນີ້ໄປຄອງ

11796

ເກມໃນເຄີ່ງເວລາທຳອິດບໍ່ສາມາດຍິງປະຕູກັນໄດ້, ຈົນມາເຖີ່ງເຄີ່ງເວລາທີ 2 ນາທີ 65 ບາຊາ ໄດ້ປະຕູຂື້ນນຳຈັງຫວະທີ່ ລິໂອເນວ ເມສຊີ່ ຫຼີ້ນຊີ້ງກັບ ເປໂດຣ ໂຣດຣິເກຊ ກ່ອນທີ່ ເມສຊີ່ ຈະຍິງຜ່ານ ຢານ ໂອບລັດ ສຽບມຸມໄກ 1-0
ຫຼັງຈາກນັ້ນກໍ່ບໍ່ມີປະຕູເພີ່ມອີກຈົນຈົບເກມ 90 ນາທີ ບາເຊໂລນາ ບຸກໄປເອົາຊະນະ ແອດເລຕິໂກ ມາດຣິດ ໄດ້ 1-0 ເຮັດໃຫ້ ບາຊາ ຄວ້າແຊ້ມລະດູການນີ້ໄປຄອງ