spot_img
Homeຂ່າວພາຍ​ໃນເມຍຫຼວງຖືພາຄຸມອາລົມບໍ່ໄດ້ ຈັບເມຍນ້ອຍເຜົາໄຟດ້ວຍນໍ້າມັນແອັດຊັງ

ເມຍຫຼວງຖືພາຄຸມອາລົມບໍ່ໄດ້ ຈັບເມຍນ້ອຍເຜົາໄຟດ້ວຍນໍ້າມັນແອັດຊັງ

Published on

ເປັນກະແສຮືຮາໃນສັງຄົມໂຊຊຽວກ່ຽວກັບປະເດັນເມຍໃຫຍ່-ເມຍນ້ອຍ ແຕ່ເຫດການນີ້ກໍບໍ່ທຳມະດາ ເພາະເມຍໃຫຍ່ຖືພາທັງຄວບຄຸມອາລົມບໍ່ໄດ້ເນື່ອງຈາກຖືກທຳຮ້າຍຈິດໃຈມາເປັນເວລາດົນ ບວກກັບເຄີຍບອກເຕືອນແມ່ຍິງທີ່ມາຕິດພັນຜູ້ເປັນຜົວໃຫ້ຢຸດເຊົາ ແຕ່ພວກກ່ຽວຍັງຖືເບົາທ້າທາຍ ຈົນກາຍເປັນເລື່ອງເສົ້າທັງສອງຝ່າຍ ອັນຕະລາຍຮອດຜູ້ຫ້າມປາມຈົນໄດ້ຮັບບາດເຈັບສາຫັດ.

ທ່ານ ພັທ ສິງຄຳ ລໍວັນໄຊ, ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງປາກງື່ມ ໄດ້ເປີດເຜີຍຕໍ່ນັກຂ່າວໜັງສືພິມປ້ອງກັນຄວາມສະຫງົບໃນມື້ວານນີ້ວ່າ: ເຫດການເມຍໃຫຍ່-ເມຍນ້ອຍທະເລາະວິວາດເກີດຂຶ້ນໃນວັນທີ 8 ກັນຍາ ຜ່ານມາ ທີ່ບ້ານຖິ່ນພຽງ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ເປັນຜົນໃຫ້ເມຍໃຫຍ່ ເຊິ່ງແມ່ນ ນາງ ດອກຈັນ, ອາຍຸ 19 ປີ ຄຸມສະຕິບໍ່ໄດ້ ໃຊ້ມັນມັນແອັດຊັງສາດໃສ່ຮ່າງກາຍນາງ ພອນສະຫວັນ ຫຼື ເມ, ອາຍຸ 19 ປີ ຜູ້ເປັນເມຍນ້ອຍກ່ອນເຜົາທັງເປັນ ໃນນັ້ນ ເຮັດໃຫ້ມີຜູ້ບາດເຈັບສາຫັດ 1 ຄົນ ແລະ ບາດເຈັບສົມຄວນ 1 ຄົນ.

ຜ່ານການສືບສວນ-ສອບສວນຜູ້ກ່ຽວໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ໃນປີ 2019 ນາງດອກຈັນໄດ້ສ້າງຄອບຄົວຖືກຕ້ອງຕາມກົດໝາຍກັບທ້າວ ສຸວັນທອນ ຫຼື ຕົ້ນ ອາຍຸ 29 ປີ, ມີລູກນຳກັນ 1 ຄົນ, ຂະນະນີ້ກຳລັງຖືພາລູກຄົນທີສອງອາຍຸຄັນ 6 ເດືອນ ເຊິ່ງຜ່ານມາທັງສອງມີການຜິດຖຽງກັນເປັນປະຈຳ, ມາຮອດປີ 2020 ຜູ້ກ່ຽວຈິ່ງຮູ້ວ່າ ຜົວຂອງຕົນໄດ້ພົວພັນແບບຊູ້ສາວກັບນາງເມ, ປະຊາຊົນບ້ານດອນໄຮ່. ເຖິງແມ່ນທາງອຳນາດການປົກຄອງຈະໄດ້ຕັກເຕືອນໃຫ້ຢຸດເຊົາ ແຕ່ທັງຄູ່ກໍຍັງໄປມາຫາສູ່ກັນເປັນປະຈຳ.

ໃນມື້ເກີດເຫດ, ນາງດອກຈັນ ໄດ້ຊວນໝູ່ສອງຄົນໄປຕັດໄມ້ມາເຮັດຄອກໄກ່ແຕ່ຊອກຫາພ້າບໍ່ເຫັນ ຈິ່ງຄິດວ່າຜົວເອົາພ້າໄປເຮືອນພີ່ນ້ອງ ຊື່ ທ້າວ ໂກເຊ່ (ສະຖານທີ່ເກີດເຫດ) ຂະນະທີ່ຜູ້ກ່ຽວກຳລັງເຄາະປະຕູຫ້ອງເພື່ອຈະຂໍເອົາພ້າ ຊໍ້າພັດເຫັນນາງເມໄຂປະຕູອອກມາ ຈິ່ງເກີດມີການຜິດຖຽງກັນ ກ່ອນຈະຈົບລົງດ້ວຍເຫດການອັນໜ້າເສົ້າ ເນື່ອງຈາກນາງເມຖືກເຜົາດ້ວຍນໍ້າມັນແອັດຊັງຈົນບາດເຈັບສາຫັດ ສ່ວນທ້າວໂກເຊ່ ກໍຖືກໄຟເຜົາຂະນະພະຍາຍາມຢຸດຕິທັງຄູ່ຈົນໄດ້ຮັບບາດເຈັບພໍສົມຄວນ.

ເຈົ້າໜ້າທີ່ກ່າວຕື່ມວ່າ: ການກະທຳຂອງນາງດອກຈັນ ເປັນການກະທຳໂດຍເຈຕະນາ ເຊິ່ງເປັນການກະທຳທີ່ແຕະຕ້ອງເຖິງຊີວິດ ແລະ ສຸຂະພາບຂອງຄົນອື່ນ ທັງເປັນການກະທຳທີ່ອັນຕະລາຍ ແລະ ສະເທືອນຂວັນໃຫ້ກັບສັງຄົມ, ເຊິ່ງຜິດຕໍ່ປະມວນກົດໝາຍອາຍາ ໃນຂໍ້ກ່າວຫາ: ການຄາດຕະກຳຍ້ອນຖືກຜົນກະທົບທາງຈິດໃຈ (ຂັ້ນພະຍາຍາມ). ແຕ່ຍ້ອນຜູ້ກ່ຽວມີລູກນ້ອຍ ແລະ ກຳລັງຖືພາ ໂດຍເຫັນຕາມປະມວນກົດໝາຍອາຍາ ຂອງ ສປປ ລາວ ມາດຕາ 103 ຂໍ້ 2, ຈິ່ງໃຫ້ຄອບຄໍ້າປະກັນຜູ້ກ່ຽວດ້ວຍເງິນສົດ 30 ລ້ານກີບ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...