spot_img
Homeຂ່າວພາຍ​ໃນເພື່ອຄວາມຢູ່ລອດ!ວິນລາຕ້ອງບຸກໄປຊະນະເຊົາແຮມຕັນ

ເພື່ອຄວາມຢູ່ລອດ!ວິນລາຕ້ອງບຸກໄປຊະນະເຊົາແຮມຕັນ

Published on

ການແຂ່ງຂັນພຣີເມຍລີກ ອັງກິດ ລະດູການ 2014-2015 ນັດທີ 37 ປະຈຳວັນເສົາທີ 16 ພຶດສະພາ 2015 ມີລົງສະໜາມ 7 ຄູ່: ເຊົາແຮມຕັນ ພົບ ແອສຕັນ ວິນລາ, ຊັນເດີແລນ ພົບ ເລສເຕີ ຊີຕີ, ສະເປີ ພົບ ຮັນ ຊີຕີ, ເວສແຮມ ພົບ ເອັບເວີຕັນ, ເບີນລີ ພົບ ສະໂຕກ, ຄວີນສະປາກ ພົບ ນິວຄາສເຊີນ ແລະ ລິເວີພູ ພົບ ຄຣິສຕັນ ພາເລຊ

06078

ເຊົາແຮມຕັນ ທີມອັນດັບ 7 ມີ 57 ຄະແນນຈາກ 36 ນັດ ຊະນະ 1 ນັດ ຈາກ 5 ນັດຫຼັງສຸດແລະບຸກໄປເສຍໃຫ້ ເລສເຕີ 0-2 ເຮັດໃຫ້ບໍ່ຊະນະໃຜມາ 4 ນັດແລ້ວ ນັດນີ້ລົງຫຼີ້ນໃນຖີ່ນຕົວເອງ ໂຮນັນ ຄູມັນ ຫວັງ 3 ຄະແນນ ເພື່ອລຸ້ນອັນດັບ 5 ໄປຫຼີ້ນຢູໂຣປາລີກໃນລະດູການໜ້າໃຫ້ໄດ້

ແອສຕັນ ວິິນລາ ທີມອັນດັບ 14 ມີ 38 ຄະແນນຈາກ 36 ນັດ ຊະນະ 3 ຈາກ 5 ນັດ ຫຼ້າສຸດເປີດບ້ານເອົາຊະນະ ເວສແຮມ 1-0 ແລະໃນນັດນີ້ ທິມ ເຊີວູດ ຂໍເອົາ 3 ຄະແນນ ເພື່ອໃຫ້ລອດຈາກການຕົກຊັ້ນແຕ່ຖ້າສະເໝີຫຼືເສຍອາດລຸ້ນໜີຕົກຊັ້ນໃນນັດສຸດທ້າຍ

ສະໜາມ: ເຊນ ແມຣີ່ ສະເຕດ້ຽມ
ບັນຈຸຜູ້ຊົມໄດ້: 32,689 ຄົນ
ຜູ້ຕັດສິນ: ໂຣເບີດ ແມັດລີ່
ເວລາເຕະ: 18:45 ນາທີ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...