spot_img
Homeນານາສາລະເຜີຍຄວາມລັບຄາໃຈ “ ກິນນໍ້າອະສຸຈິ ” ໄດ້ ຫຼືບໍ່? ແລ້ວຜິວພັັນຈະງາມຂຶ້ນແທ້ບໍ?

ເຜີຍຄວາມລັບຄາໃຈ “ ກິນນໍ້າອະສຸຈິ ” ໄດ້ ຫຼືບໍ່? ແລ້ວຜິວພັັນຈະງາມຂຶ້ນແທ້ບໍ?

Published on

ນີ້ເປັນອີກໜຶ່ງຄວາມລັບຄາໃຈຂອງສາວໆ ສໍາລັບຄົນທີ່ມີຄູ່ຮັກ ແລະມີເພດສໍາພັນກັບແຟນ ເຊື່ອວ່າຕ້ອງເຄີຍພົບເຫດການຊູຊີຈາກຝ່າຍຊາຍໃຫ້ກິນນໍ້າຮັກ ຫຼືນໍ້າອະສຸຈິ ແນ່ນອນເມື່ອໄດ້ຮັບການຊູຊີ ເຮັດໃຫ້ຝ່າຍຍິງຕ້ອງຕັດສິນໃຈວ່າຈະເຮັດແນວໃດ ຊິຍອມກິນ ຫຼືຂໍປະຕິເສດ ຊຶ່ງຕ້ອງມີຫຼາຍຄູ່ທີ່ພົບບັນຫາດັ່ງກ່າວ ແລ້ວເກີດຄວາມກັງວົນວ່າ ຫາກກິນໄປແລ້ວຈະເຮັດໃຫ້ມີລູກ, ຈະຕິດເຊື້ອ ຫຼືບໍ່?.

ສ່ວນຄວາມເຊື່ອຕ່າງໆກ່ຽວກັບການກິນນໍ້າອະສຸຈິ

  1. ນໍ້າອະສຸຈິສາມາດກິນໄດ້ ຫຼືບໍ່?

ຖ້າເປັນສາມີ ຄູ່ຮັກຄົນດຽວ, ບໍ່ປ່ຽນຄູ່ນອນ ແລະຜ່ານການກວດສຸຂະພາບມາແລ້ວວ່າຝ່າຍຊາຍບໍ່ມີໂລກຕິດຕໍ່ຮ້າຍແຮງ ລ້ວນຂຶ້ນຢູ່ກັບຄວາມສະໝັກໃຈ ແຕ່ເຊື້ອພະຍາດສາມາດປົນເປື້ອນກັບນໍ້າອະສຸຈິໄດ້ ແຕ່ຖ້າຫາກປ່ຽນຄູ່ນອນຕະຫຼອດ ບໍ່ຄວນກິນ.

  1. ກິນນໍ້າອະສຸຈິແລ້ວຈະເຮັດໃຫ້ມີລູກບໍ?

ການກິນນໍ້າອະສຸຈິ ບໍ່ມີຜົນເຮັດໃຫ້ມີລູກໄດ້ ຄວາມເປັນໄປໄດ້ທີ່ຈະມີລູກ 0% ເພາະຄືອາຫານເມື່ອກິນເຂົ້າໄປຈະຜ່ານຂະບວນການຍ່ອຍຕ່າງໆ ແລະດູດຊຶມເຂົ້າສູ່ເຊວ ບໍ່ໄດ້ຜ່ານໄປປະສົມກັບໄຂ່ແຕ່ຢ່າງໃດ ຈຶ່ງບໍ່ສົ່ງຜົນເຮັດໃຫ້ມີລູກ.

  1. ກິນນໍ້າອະສຸຈິເຮັດໃຫ້ຜິວງາມແທ້ບໍ?

ເຖິງນໍ້າອະສຸຈິຈະມີສ່ວນປະກອບຂອງແຮ່ທາດຕ່າງໆຫຼາຍຢ່າງ ການກິນແຕ່ລະຄັ້ງກໍບໍ່ເກີນ 3-4 ຊີຊີ ຕາມຫຼັກຄວາມເປັນຈິງທີ່ຝ່າຍຊາຍຈະສາມາດຫຼັ່ງອອກມາໄດ້ ຈຶ່ງບໍ່ໄດ້ຊ່ວຍຫຍັງໃນເລື່ອງ

ຂອງຜິວພັນ ການເບິ່ງແຍງຜິວໜ້າ ຜິວກາຍໃຫ້ສະອາດ ນອນຫຼັບພັກຜ່ອນໃຫ້ພຽງພໍຕ່າງຫາກທີ່ເຮັດໃຫ້ຜິວງາມ ແຕ່ການມີເຊັກກໍເຮັດໃຫ້ຜິວງາມໄດ້ຖ້າຫາກມີຄວາມສຸກກັບມັນ.

  1. ການກິນນໍ້າອະສຸຈິເຮັດໃຫ້ຝ່າຍຊາຍມີຄວາມສຸກແມ່ນແທ້ບໍ?

ຂໍ້ນີ້ແລ້ວແຕ່ຄູ່ຂອງແຕ່ລະຄົນ ແຕ່ຜົນກາຍສໍາລວດພົບວ່າ ຜູ້ຊາຍມີຄວາມເພິ່ງພໍໃຈ ແລະມີຄວາມສຸກຫຼາຍຂຶ້ນເມື່ອຄູ່ນອນກິນນໍ້າຮັກຂອງຕົນ.

ນີ້ຄົງເປັນຄໍາຕອບທີ່ເປັນປະໂຫຍດຕໍ່ຫຼາຍໆຄົນ ແຕ່ສ່ວນການກິນນໍ້າຮັກ ແນະນໍາຢາກໃຫ້ຄູ່ຮັກຕ້ອງທໍາຄວາມສະໝັກໃຈ ຈະໄດ້ບໍ່ເປັນບັນຫາຕໍ່ຄວາມສໍາພັນຂອງທັງສອງ ແລະອີກຝ່າຍຕ້ອງບໍ່ປ່ຽນຄູ່ຕະຫຼອດຈະໄດ້ບໍ່ເປັນພະຍາດຕິດຕໍ່ທີ່ຮ້າຍແຮງ.

ບົດຄວາມຫຼ້າສຸດ

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...