spot_img
Homeຄວາມງາມເປືອກໝາກໂມແກ້ແພ້ແດດໃດ້

ເປືອກໝາກໂມແກ້ແພ້ແດດໃດ້

Published on

ບ້ານເຮົາເມືອງເຮົາ ບໍ່ວ່າລະດູໃດ ແດດແຮງແທ້ນໍ້ ແຜດເຜົາເຮົາໃດ້ທັ້ງມື້ ແບບນີ້ຜິວເຮົາຈະທົນໃດ້ຈັງໃດ ແຕ່ບໍ່ເປັນຫຍັງເຮົາ ມີທາງແກ້ໄຂມາບອກ
ນຳໝາກໂມແດງທີ່ເຮົາກິນແກ້ກະຫາຍຮ້ອນແລ້ວນັ້ນ ກິນເມີດແລ້ວຢ່າຖີມເປືອກເດີ່
ເພາະເປືອກໝາກໂມມີສັບພະຄຸນກັນແດດແຜດເຜົາໃດ້ ພຽງແຕ່ນຳເປືອກໝາກໂມມາແຊ່ຕູ້ເຢັນຊ່ອງແຊ່ແຂງ ຈາກນັ້ນກໍ່ນຳມາແປະໃວ້ທີ່ແຜເວລາຖືກແດດເຜົາ
ກໍ່ຈະຊ່ວຍບັນເທົາອາການປວດແຊບປອດຮ້ອນໃດ້ ບໍ່ເຊື່ອລອງເຮັດເບິ່ງ.
ໝາກໂມ

แตงโม1

 

ຊື່ສາມັນ : water melon
ຊື່ວຶທະຍາສາດ : Citrullus lanatus Mats & Nakai
Wong: CUCURBITACEAE
ລັກຊະນະທົ່ວໄປ :
ຕົ້ນ : ເປັນພືດຊະນິດເຄືອ ທີ່ມີລຳຕົ້ນເລືອຍໄປຕາມພື້ນດິນ ລຳຕົ້ນນັ້ນຈະໃຫຍ່ປະມານ ນິ້ວກ້ອຍຫຼືອາດຈະນ້ອຍກວ່ານັ້ນກໍ່ໃດ້ ເຄືອມີສີຂຽວ
ໃບ : ອອກໃບດຽວຕາມຄໍ່ເຄືອ ເຊິ່ງໃບນີ້ຈະມີສີຂຽວ ຈະຍາວປະມານ 1 ຄືບ ຫຼືອາດຈະຍາວແລະສັ້ນກວ່ານີ້ກໍ່ມີ ຕາມໃບຈະມີລາຍສີຂາວປົນທົ່ວ ໃບກວ້າງ
ປາຍໃບແຫລມຂອບໃບຈະວ້າວເລີກ ໃບຂອງໝາກໂມນີ້ມີຄວາມກວ້າງຈະນ້ອຍກວ່າຄວາມຍາວ
ດອກ : ອອກຢູ່ສ່ວນຍອດຂອງເຄືອ ມີສີເຫຼືອງ ຂະໜາດເທົ່າກັບຫົວແມ່ມື
ໝາກ : ມີທັ້ງຊະນິດມົນແລະຊະນິດຍາວ ຢ່າງມົນໃຫຍ່ປະມານ ລູກໝາກພ້າວຢ່າງຍາວກໍ່ຂະໜາດລູກໝາກຝັກ ແຕ່ແບບມົນໃນມັນຈະແດງມີລົດຊາດ
ຫວານກວ່າ ເມື່ອຍັງອ່ອນໃນເປັນສີຂາວເຊິ່ງເປັນຜັກໃສ່ແກງໃດ້ ໝາກຍາວເປັນສີແດງອ່ອນຫຼືອສີເຫຼືອງກໍ່ມີ ເມັດຂອງໝາກທັ້ງສອງເໝືອນກັນ ຄືຈະເປັນ
ແບນໆ ເມື່ອອ່ອນສີຂາວ ພໍແກ່ຈະກາຍເປັນສີດຳ ເຊິ່ງເຮົານຳມາຮັບປະໃດ້ເຊັ່ນກັນ ສ່ວນຫຼາຍຈະຮູ້ຈັກກັນດີມີຊື່ວ່າ
“ເມັດໝາກໂມ” ແລະເຮົາຈະແກະກຶນສະເພາະໃນເມັດເທົ່ານັ້ນ ຫວານມັນແຊບ
ການຂະຫຍາຍພັນ : ເປັນພຶດກາງແຈ້ງ ຂະຫຍາຍພັນດ້ວຍການປູກເມັດ
ສ່ວທີ່ໃຊ້ : ຮາກ ຜົນ
ຄຸນສົມບັດ : ຮາກ ໃຊ້ປຸງຢາແກ້ຮ້ອນໃນກະຫາຍນ້ຳ
ບາງຄົນໃດ້ເຊື່ອກັນວ່າຖ້າໃຜທີ່ຖ້ອງມານ ໃຫ້ກຶນໃນໝາກໂມແກ່ໂຮຍນ້ຳຕານ ກຶນໃຫ້ເມິດໝາກເຊິ່ງຈະຊ່ວຍຂັບນ້ຳໃນທ້ອງອອກແລ້ວທ້ອງມານຈະໃດ້ຍຸບໃດ້
(ແຕ່ກໍ່ຍັງບໍ່ມີໃຜກ້າພິສູດ).

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...