spot_img
Homeຂ່າວ​ໄອ​ທີເປີດແລ້ວ! ສູນບໍລິການຫຼັງການຂາຍ ຫົວເຫວີຍ

ເປີດແລ້ວ! ສູນບໍລິການຫຼັງການຂາຍ ຫົວເຫວີຍ

Published on

ໃນວັນທີ່ 29/12/2016 ທີ່ຜ່ານມານີ້ທາງຫົວເຫວີຍໄດ້ມີການເປີດສູນບໍລິການຫຼັງການຂາຍໃໝ່ຢ່າງເປັນທາງການທີ່ຢູ່ບ້ານດົງປາລານ,ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ເປີດງານໂດຍທ່ານ ບຸນສະເຫຼີມໄຊ ເຄນນາວົງ ລັດທະມົນຕີຊ່ວຍກະຊວງໄປສະນີແລະໂທລະຄົມມະນາຄົມພ້ອມດ້ວຍທ່ານ Zhang Dongya CEOຂອງຫົວເຫວີຍ. ພາຍໃນງານຍັງຈະມີກິດຈະກຳຫຼາກຫຼາຍຢ່າງ ມີການຈັບລາງວັນ, ມີການສ້ອມແປງໂທລະສັບຫົວເຫວີນອກຮັບປະກັນຟຣີໃນງານ, ມີການໃຫ້ສະຫຼັກຊື່ຟຣີ ສຳລັບຜູ້ທີ່ມາຮ່ວມງານທີ່ໃຊ້ໂທລະສັບຫົວເຫວີຍ (ໂທລະສັບຫົວເຫວີຍທີ່ຊື້ໃນສູນລາວແລະເປັນລຸ້ນທີ່ມີຝາຫຼັງເປັນໂລຫະເທົ່ານັ້ນ) ແລະ ຍັງມີກິດຈະກຳຖ່າຍຮູບພາບ ແລ້ວໂພສໃນເຟສບຸກ ລົງທ້າຍພິມດ້ວຍຄຳວ່າ #HUAWEI Laos Customer Service Center Opening ໃຜທີ່ໄດ້ Like ຫລາຍກ່ອນໝູ່ຮັບໄປເລີຍ ໂທລະສັບສາມາດໂຟນ ຫົວເຫວີຍ P9 ຖືວ່າເພີ່ນຂອງລາງວັນກັນແບບຫຼວງຫຼາຍກັນເລີຍ. ນອກຈາກນີ້ຍັງໄດ້ພົບກັບຄວາມມ່ວນຊື່ນຫຼາກຫຼາຍຮູບແບບ ບໍ່ວ່າຈະເປັນການເສບດົນຕີສົດ ພ້ອມດ້ວຍມິນິຄອນເສີດຈາກ ໄກ່ ໂອເວີແດນ ທັງໝົດນີ້ຖືວ່າໄດ້ຮັບໄດ້ການຕອບຮັບເປັນຢ່າງດີ ມີຜູ້ຄົນໃຫ້ຄວາມສົນໃຈແລະເຂົ້າຮ່ວມໃນງານເປັນຈຳນວນຫຼາຍ.

ສູນບໍລິການຫຼັງການຂາຍແຫ່ງນີ້ຈະເປັນຮ້ານບໍລິການລະດັບສູງທີ່ສຸດ ແລະ ເປັນສູນບໍລິການລູກຄ້າສະມາດໂຟນທີ່ມີຄວາມຊຳນິຊຳນານທີ່ສຸດໃນລາວ. ພວກເຮົາຈັດຫາການບໍລິການແບບພິເສດເພື່ອເພີ່ມຄຸນຄ່າໃນການບໍລິການໃຫ້ກັບລູກຄ້າຂອງພວກເຮົາເຊັ່ນການຊ້ອມແປງຢ່າງວ່ອງໄວພາຍໃນ2ຊົ່ວໂມງສຳຫຼັບໂທລະສັບ GR5 2017 ແລະ ມີການບໍລິການສະຫຼັກຊື່ໃສ່ຕົວເຄື່ອງໂທລະສັບ ສ່ວນລຸ້ນທົ່ວໄປສາມາດປ່ຽນໄດ້ພາຍໃນ7ມື້ ແລະ ມີກະລັງຕີ 1ປີ

ນອກຈາກນັ້ນພວກເຮົາຍັງມີພະນັກງານທີ່ຊໍານະຊໍານານທາງດ້ານເຕັກນິກ,ມີອຸປະກອນສ້ອມແປງທີ່ທັນສະໄໝມ ພວກເຮົາມີປະສົບການໃນການສ້ອມແປງທີ່ໄວທີ່ສຸດແລະດີທີ່ສຸດ.ໃນອານາຄົດຄິດຄົ້ນໃນສີ່ງໃໝ່ໆຢູ່ສະເໝີເພື່ອເພີ່ມປະລິມານຜູ້ທີ່ສົນໃຈແລະຊົມໃຊ້ຜະລິດຕະພັນຂອງຫົວເຫວີຍ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...