spot_img
Homeຂ່າວຕ່າງປະເທດເປີດສູນຮ່ວມມື ລາວ-ສິງກະໂປ ເພື່ອຊ່ວຍພັດທະນາບຸກຄະລາກອນຂອງລາວ

ເປີດສູນຮ່ວມມື ລາວ-ສິງກະໂປ ເພື່ອຊ່ວຍພັດທະນາບຸກຄະລາກອນຂອງລາວ

Published on

ສູນຮ່ວມມື ລາວ-ສິງກະໂປ ໄດ້ເປີດຢ່າງເປັນທາງການເມື່ອວັນທີ 24 ມິຖຸນາ 2019 ເພື່ອໃຊ້ເປັນບ່ອນສົ່ງເສີມ ແລະ ພັດທະນາບຸກຄະລາກອນຂອງ ສປປ ລາວ ໃຫ້ມີຄວາມສາມາດທຽບເທົ່າກັບບັນດາປະເທດສະມາຊິກອາຊຽນ ໃຫ້ກຽດເປີດສູນດັ່ງກ່າວໂດຍ ທ່ານ ດຣ ມາລີກິ ອອສມັນ (Dr. Mohamad Maliki Bin Osman) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດສິງກະໂປ ແລະ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດຂອງລາວ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ທ່ານ ດໍເມີນິກ ໂກ ເອກອັກຄະລັດຖະທູດສິງກະໂປປະຈໍາ ສປປ ລາວ ກ່າວວ່າ ໃນເບື້ອງຕົ້ນສູນດັ່ງກ່າວ ມີຊື່ວ່າສູນຝຶກອົບຮົມ ລາວ-ສິງກະໂປ ຊຶ່ງໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການໃນປີ 2001 ແຕ່ມາຮອດຕົ້ນປີ 2019 ໄດ້ຍົກລະດັບມາເປັນສູນຮ່ວມມືລາວ-ສິງກະໂປ ໂດຍມີຈຸດປະສົງໃນການສົ່ງເສີມ ແລະ ພັດທະນາບຸກຄະລາກອນຂອງ ສປປ ລາວ ໃຫ້ມີຄວາມສາມາດທຽບເທົ່າກັບບັນດາປະເທດສະມາຊິກອາຊຽນ ມາຮອດປັດຈຸບັນ ມີພະນັກງານລັດຫຼາຍກວ່າ 9.000 ຄົນ ທີ່ໄດ້ມາຮ່ວມຝຶກອົບຮົມຢູ່ສູນດັ່ງກ່າວໃນຫຼັກສູດຕ່າງໆ ນອກຈາກການຈັດຊຸດຝຶກອົບຮົມຕາມຂໍ້ລິເລີ່ມແຜນແມ່ບົດເພື່ອການເຊື່ອມໂຍງອາຊຽນແລ້ວ ສູນດັ່ງກ່າວຍັງມີຈຸດປະສົງສະໜັບສະໜູນໜ່ວຍງານ ແລະ ອົງການຕ່າງໆຂອງສິງກະໂປໃຫ້ມາແລກປ່ຽນຄວາມຮູ້ ແລະ ສ້າງຄວາມອາດສາມາດໃຫ້ແກ່ ສປປ ລາວ.

ທ່ານເອກອັກຄະລັດຖະທູດກ່າວຕື່ມວ່າ ສູນຂອງພວກເຮົາຈະຊອກຊ່ອງທາງຮ່ວມມືກັບຄູ່ຮ່ວມມືອື່ນໆໃນລາວເຊັ່ນ ສະຖານທູດອົສຕຣາລີ ມູນນິທີອາຊີ ແລະ ສະຫະພາບເອີຣົບ ເພື່ອຮ່່ວມກັນຈັດຊຸດຝຶກອົບຮົມພາສາອັງກິດ ການແກ້ໄຂ ແລະ ການເຈລະຈາຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ລະບົບພາສີອາກອນ ພ້ອມດຽວກັນນັ້ນ ກໍຍິນດີຕ້ອນຮັບຄູ່ຮ່ວມມືອື່ນໆທີ່ສົນໃຈສ້າງໂຄງການຮ່ວມມືເພື່ອຈັດຊຸດຝຶກອົບຮົມໃນວຽກງານຕ່າງໆທີ່ເປັນເປົ້າໝາຍໃຫ້ແກ່ໜ່ວຍງານຕ່າງໆຂອງລາວ ສູນຮ່ວມມືລາວ-ສິງກະໂປ ຕັ້ງຢູ່ບ້ານບຶງຂະຫຍອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...