spot_img
Homeຂ່າວທ້ອງຖິ່ນເປີດສູນຄວບຄຸມລະບົບວົງຈອນປິດສາຍດ່ວນ 1191

ເປີດສູນຄວບຄຸມລະບົບວົງຈອນປິດສາຍດ່ວນ 1191

Published on

ວັນທີ 26 ສິງຫາ 2016 ຢູ່ທີ່ກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ ແລະ ບໍລິສັດຫົວເຫວີຍ ສປປ ລາວ ໄດ້ຈັດພິທີເປີດນຳໃຊ້ໂຄງການ ສູນຄວບຄຸມລະບົບວົງຈອນປິດ (GHL-PCC) ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມງານໂດຍທ່ານ ພົນຕີ ກົງທອງ ພົງພິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ຫວາງສີຮຸ້ຍ ທູດເສດຖະກິດຈີນ ປະຈຳລາວ, ທ່ານ Patrick ZHANG ອໍານວຍການໃຫຍ່ບໍລິສັດຫົວເຫວີຍ ເຕັກໂນໂລຊີລາວ, ພ້ອມນັ້ນຍັງມີບັນດາທ່ານແຂກທີ່ຖືກເຊີນເຂົ້າຮ່ວມ.

ທ່ານ ພົນຈັດຕະວາ ສີວະຫວາດ ແກ້ວມາລາວົງ ຫົວໜ້າກົມໃຫຍ່ຕຳຫຼວດ , ຫົວໜ້າຮັບຜິດຊອບໂຄງການ PCC ກ່າວວ່າ: ໂຄງການສູນຄວບຄຸມລະບົບວົງຈອນປິດ (GHL-PCC) ແມ່ນການຮ່ວມມືກັນລະຫວ່າງບໍລິສັດຫົວເຫວີຍ ສປປ ລາວ ແລະ ກະຊວງປ້ອງກັນສະຫງົບ ໄດ້ເຊັນສັນຍາຮ່ວມກັນໃນວັນທີ 8 ກຸມພາ 2013 ເພື່ອພັດທະນາລະບົບການຮັບລາຍງານສາຍດ່ວນ 1191 ໃຫ້ປະຊາຊົນສາມາດແຈ້ງເຫດການທີ່ເກີດຂຶ້ນໃນສັງຄົມ ການຂໍຄວາມຊ່ວຍ
ເຫຼືອຈາກທາງຕໍາຫຼວດ ເມື່ອທ່ານກຳລັງຕົກຢູ່ໃນສະຖານະການສຸກເສີນ, ເກີດເຫດຮ້າຍ… ເພື່ອໃຫ້ຕໍາຫຼວດອອກໄປປະຕິບັດໜ້າທີ່ຊ່ວຍເຫຼືອປ້ອງກັນ ແລະ ແກ້ໄຂເຫດການ ໂດຍການນຳໃຊ້ສູນສັ່ງການຕໍາຫຼວດທີ່ທັນສະໄໝ.
ໂຄງການດັ່ງກ່າວ ແມ່ນບູລິມະສິດໜຶ່ງຂອງລັດຖະບານ ທີ່ໄດ້ຮັບເງິນກູ້ຢືມຈາກລັດຖະບານ ສປ ຈີນ ຈຳນວນ 39 ລ້ານກວ່າໂດລາສະຫະລັດ ງົບປະມານຂອງລັດຖະບານລາວສົມທົບການກໍ່ສ້າງ 20 ກວ່າຕື້ກີບ.

ການຫັນເປັນຄວາມສະໄໝຂອງລະບົບຂອງໂຄງການດັ່ງກ່າວ ຈະຊ່ວຍປັບປຸງປະສິດທິພາບໃນການປະຕິບັດການຂອງຕໍາຫຼວດ ໂດຍການນຳໃຊ້ ຍານພາຫະນະທີ່ທັນສະໄໜ, ອຸປະກອນການສັ່ງການ ແລະ ການສັ່ງເຈົ້າໜ້າທີ່ອອກປະຕິບັດການທີ່ຜ່ານສື່ຫຼາກຫຼາຍຮູບແບບທີ່ທັນສະໄໝວ່ອງໄວ ທັນເຫດການ ໂດຍນໍາໃຊ້ລະບົບ 4G ເຊິ່ງຫ້ອງບັງຄັບການມີລະບົບເຊື່ອມຕໍ່ກັບກ້ອງວົງຈອນປິດຄຸນະພາບສູງ 19 ຈຸດທົ່ວນະຄອນຫຼວງວຽງຈັນ ເຊິ່ງຈະຊ່ວຍເຈົ້າໜ້າທີ່ສາມາດເຫັນເຫດການທີ່ກໍາລັງຈະເກີດຂຶ້ນໄດ້ທັນທີ ແລະ ຊ່ວຍໃນການກຽມວາງແຜນໃນການສົ່ງເຈົ້າໜ້າທີ່ອອກໄປະຕິບັດການໄດ້ຢ່າງມີປະສິດທິພາບ.

ຫາກທ່ານກຳລັງຕົກຢູ່ໃນສະຖານະການສຸກເສີນ, ມີເຫດການຮ້າຍເກີດຂຶ້ນ ສາມາດຂໍຄວາມຊ່ວຍເຫຼືອຈາກເຈົ້າໜ້າທີ່ໄດ້ທີ່ເບີສາຍດ່ວນ 1191 ທຸກເຄື່ອຂ່າຍໂດຍບໍ່ເສຍຄ່າບໍລິການ.

 

ທີ່ມາຈາກ: http://targetlaos.com/

ສຳຫຼັບທ່ານທີ່ຮັກຂ່າວໄອທີ ແລະ ເກມ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...