spot_img
Homeຂ່າວຕ່າງປະເທດເປີດວາທະເດືອດ! ຈີນຕອກກັບອາເມລິກາຫຼັງຖືກກ່າວຫາເປັນຕົ້ນເຫດແຜ່ເຊື້ອໄວຣັດ

ເປີດວາທະເດືອດ! ຈີນຕອກກັບອາເມລິກາຫຼັງຖືກກ່າວຫາເປັນຕົ້ນເຫດແຜ່ເຊື້ອໄວຣັດ

Published on

ໃນໄລຍະທີ່ຜ່ານມາ ໂດນັລ ທຣັມ ໄດ້ກ່າວຫາຈີນວ່າຈົງໃຈແຜ່ເຊື້ອໄວຣັດໂຄໂຣນາສາຍພັນໃໝ່ 2019 ແລະ ຈີນຕ້ອງຮັບຜິດຊອບໃນສິ່ງທີ່ເກີດຂຶ້ນ. ນອກຈາກນີ້, ສະມາຊິກສະພາຄອງເກຣສຂອງອາເມລິກາ 2 ຄົນ ຍັງສະເໜີຮ່າງກົດໝາຍເພື່ອເປີດໂອກາດໃຫ້ພົນລະເມືອງອາເມລິກາ ແລະ ລັດຖະບານທ້ອງຖິ່ນຂອງອາເມລິກາຟ້ອງລັດຖະບານຈີນໃນໂທດຖານທີ່ເຮັດໃຫ້ເກີດການແຜ່ລະບາດຂອງໂຄວິດ-19 ໄປທົ່ວໂລກ ທັງຊີ້ນຳອົງການອະນາໄມໂລກໄປໃນທາງທີ່ຜິດ.

ທ່ານ ເກິງ ຊວງ ໂຄສົກກະຊວງການຕ່າງປະເທດຈີນ ກ່າວວ່າ ໄວຣັດເປັນສັດຕູຂອງມວນມະນຸດ ແລະ ອາດຈະເກີດຂຶ້ນຢູ່ໃສ, ເມື່ອໃດໃນໂລກນີ້ໄດ້ຕະຫຼອດເວລາ ຈີນເອງກໍ່ຄືກັບປະເທດອື່ນໆທີ່ຖືກໄວຣັດຊະນິດນີ້ໂຈມຕີ ຈີນຕົກຢູ່ໃນສະຖານະເປັນເຫຍື່ອ ບໍ່ແມ່ນຜູ້ກະທຳຄວາມຜິດ ຫຼື ຮ່ວມມືກັບໄວຣັດໂຄໂຣນາສາຍພັນໃໝ່.

ທ່ານ ເກິງ ຊວງ ຍັງກ່າວຕື່ມອີກວ່າ ເມື່ອປີ 2009 ເກີດການລະບາດຂອງໄຂ້ຫວັດ H1N1 ຄັ້ງທຳອິດໃນອາເມລິກາ ແລະ ໄດ້ລຸກລາມໄປພູມມິພາກຕ່າງໆກວ່າ 214 ປະເທດ ສົ່ງຜົນໃຫ້ມີຜູ້ເສຍຊີວິດເກືອບ 200.000 ຄົນ ແລ້ວມີໃຜຖາມເຖິງເງິນຄ່າຊົດເຊີຍຈາກສິ່ງທີ່ເກີດຂຶ້ນກັບອາເມລິກາ ແລະ ໃນໄລຍະປີ 1980 ມີການຄົ້ນພົບໂຣກເອດໃນອາເມລິກາຄັ້ງທຳອິດກ່ອນຈະເຮັດໃຫ້ໂຣກນີ້ແຜ່ລາມໄປທົ່ວໂລກ.

ການທີ່ ໂດນັລ ທຣັມ ຂໍເຂົ້າມາກວດສອບໃນເລື່ອງນີ້ ແມ່ນບໍ່ມີຄວາມສົມເຫດສົມຜົນທີ່ສຸດ ແລະ ເປັນການກະທຳທີ່ມີຄວາມໝາຍແຝງຂອງຄວາມກຽດຊັງ. ທ່ານ ເກິງ ຊວງ ໄດ້ກ່າວເຕືອນຜູ້ນຳອາເມລິກາວ່າ ຖ້າຢາກໂຈມຕີ ຈີນກໍ່ພ້ອມທີ່ຈະຄຳນວນ ແລະ ປະເມີນສະຖານະການໃນເລື່ອງນີ້ ເພາະພົນລະເມືອງຈີນ 1.4 ພັນລ້ານຄົນ ຄົງຈະບໍ່ຍອມ ແລະ ກອງທັບຈີນທີ່ມີກຳລັງພົນ 2 ລ້ານຄົນກໍ່ຄົງບໍ່ໄດ້ຕັ້ງຂຶ້ນມາເພື່ອເປັນໄມ້ປະດັບ.

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: bangkokbiznews

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...