spot_img
Homeຂ່າວການພັດທະນາເປີດມື້ທຳອິດ! ໂຮງໝໍແມ່ ແລະ ເດັກຫຼັງໃໝ່ ມີຄົນເຈັບເຂົ້າບໍລິການ ຫຼາຍກວ່າ 500 ຄົນ!

ເປີດມື້ທຳອິດ! ໂຮງໝໍແມ່ ແລະ ເດັກຫຼັງໃໝ່ ມີຄົນເຈັບເຂົ້າບໍລິການ ຫຼາຍກວ່າ 500 ຄົນ!

Published on

S__3899401

ຕາມການເປີດເຜີຍຂອງທ່ານ ຮອງສາດສະດາຈານ ດຣ ບົວວັນ ແສນສະຖິດ ອຳນວຍການໂຮງໝໍ ແມ່ ແລະ ເດັກ ໃຫ້ຮູ້ວ່າ: ພາຍ ຫຼັງທີ່ ຍ້າຍອຸປະກອນຕ່າງໆຈາກໂຮງໝໍຫຼັງເກົ່າສຳເລັດໃນວັນທີ 29 ມິຖຸນາ ນີ້, ໂຮງໝໍແມ່ ແລະ ເດັກຫຼັງໃໝ່ຕັ້ງ ຢູ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນໄດ້ປີດໃຫ້ ບໍລິການຢ່າງເປັນ ທາງການ, ຊຶ່ງ ພຽງມື້ທຳອິດເທົ່າ ນັ້ນໄດ້ມີຄົນເຈັບ ເຂົ້າມາກວດ ສຸຂະພາບຫຼາຍກວ່າ 500 ຄົນ, ໃນນັ້ນມີຜູ້ເຂົ້າມາເກີດ ລູກ 20 ກໍລະນີ້, ຜ່າຕັດພະຍາດຍິງ 8 ກໍລະນີ້, ຊຶ່ງຖືວ່າໂຮງໝໍຫຼັງໃໝ່ ນີ້ສາມາດຕອບສະໜອງຄວາມ ຕ້ອງການຂອງຄົນເຈັບໄດ້ເປັນ ຢ່າງດີເຊັ່ນ: ສະຖາທີ່ກວ້າງຂວາງ, ສະອາດສວຍງາມ, ເຄື່ອງມືການ
ແພດຄົບຖ້ວມ, ຈຳນວນຕຽງຄົນ ເຈັບມີຫຼາຍກວ່າ 100 ຕຽງ, ເພື່ອ ກຽມພ້ອມຮັບຮອງຄົບເຈັບໄດ້ ຢ່າງພຽງພໍ, ໂຮງໝໍຫຼັງໃໝ່ນີ້ຍັງເຕັມ ໄປດ້ວຍສິ່ງອຳນວຍຄວາມສະ ດວກໃຫ້ແກ່ຍາດພີ່ນ້ອງຜູ້ມາເຝົ້າ ຄົນເຈັບຕ່າງໆ ແລະ ເຊື່ອວ່າໂຮງ ໝໍແຫ່ງນີ້ຈະປະກອບສ່ວນສຳຄັນຕໍ່ວຽກງານສະທາລະນະສຸກ ກໍຄື ຊ່ວຍເບິ່ງແຍງສຸຂະພາບຂອງແມ່ ແລະ ເດັກໄດ້ເປັນຢ່າງດີສາມາດ ປະຕິບັດໄດ້ນະໂຍບາຍການຊ່ວຍ ເຫຼືອຜູ້ທຸກຍາກຂາດເຂີນ.

ອຳນວຍການໂຮງໝໍດັ່ງກ່າວໃຫ້ຮູ້ວ່າ: ໃນ 6 ເດືອນຜ່ານມາມີຄົນ ເຈັບເຂົ້າມາກວດສຸຂະພາບ ຢູ່ໂຮງໝໍແມ່ລະເດັກຫຼັງເກົ່າຫຼາຍກວ່າ 3 ພັນຄົນ, ໃນນັ້ນເຂົ້ານອນປິ່ນປົວ ກວ່າ 2800 ຄົນ ແລະ ສາມາດຮັບ ປະກັນຄວາມປອດໄພໄດ້ 100%.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...