spot_img
Homeຂ່າວພາຍ​ໃນເປີດນຳໃຊ້ທະນາຄານມາຣູຮານເຈແປນລາວ

ເປີດນຳໃຊ້ທະນາຄານມາຣູຮານເຈແປນລາວ

Published on

20130217113512
ພິທີເປີດທະນາຄານມາຣູຮານເຈແປນຢູ່ ສປປ ລາວ ຢ່າງເປັນທາງການ ໄດ້ມີຂຶ້ນວັນທີ 16 ກຸມພາ 2013 ຢູ່ທະນາຄານດັ່ງກ່າວ
(ຖະໜົນ 23 ສິງຫາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ) ໂດຍມີທ່ານ ສຸກັນ ມະຫາລາດ ເຈົ້າຄອງນະຄອນຫຼວງວຽງຈັນ
ທ່ານ ສົມພາວ ໄຟສິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ທ່ານ ດຣ. ນາມ ວິຍະເກດ ລັດຖະມົນຕີວ່າການ ກະຊວງອຸດສາ
ຫະກຳ ແລະ ການຄ້າ ທ່ານນາງ ຈຸນໂກະ ໂຢໂກຕະ ເອກອັກຄະລາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະປະທານ
ກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທະນາຄານມາຣູຮານເຈແປນລາວ ເປັນທະນາຄານທຸລະກິດແຫ່ງທຳອິດທີ່ເປັນຂອງຄົນຍີ່ປຸ່ນ ແລະ ກໍເປັນສະມາຊິກໃໝ່ຂອງກຸ່ມບໍ
ລິສັດມາຣູຮານເຈແປນອາຊຽນ ການມາເປີດທະນາຄານຢູ່ ສປປ ລາວ ແມ່ນເປັນຂີດໝາຍສຳຄັນທີ່ຈະເຮັດໃຫ້ປະຊາຊົນລາວ ໄດ້
ເຂົ້າເຖິງການຕ້ອນຮັບທີ່ດີແບບຍີ່ປຸ່ນ ການບໍລິການທີ່ມີລະດັບ ແລະ ຜະລິດຕະພັນທາງການເງິນ ທີ່ທະນາຄານມາຣູຮານເຈແປນຢູ່
ປະເທດກຳປູເຈຍ ໄດ້ນຳສະເໜີແກ່ປະເທດອ້ອມຂ້າງແຕ່ປີ 2008 ຄະນະຜູ້ບໍລິຫານຂອງກຸ່ມບໍລິສັດການເງິນມາຣູຮານອາຊີ ໄດ້ໃຊ້
ຄວາມພະຍາຍາມ ແລະ ຄວາມຕັ້ງໃຈເປັນຢ່າງສູງ ໃນການນຳໃຊ້ຄວາມຮູ້ຄວາມສາມາດ ແລະ ສິ່ງທີ່ດີທີ່ສຸດ ເພື່ອທີ່ຈະເປັນຜູ້ນຳ
ໃນດ້ານທຸລະກິດທະນາຄານຂອງອາຊີ ສະໜັບສະໜູນສາຍພົວພັນທີ່ແໜ້ນແຟ້ນລະຫວ່າງປະເທດຍີ່ປຸ່ນກັບບັນດາປະເທດໃນກຸ່ມອາ
ຊຽນ ແລະ ມີສ່ວນເຮັດໃຫ້ເສດຖະກິດໃນພາກພື້ນມີການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ໃນໂອກາດເປີດທະ
ນາຄານຄັ້ງນີ້ ຍັງໄດ້ມີການເປີດສຳນັກງານປະຈຳປະເທດຂຶ້ນຢູ່ອາຄານດຽວກັນຂອງທະນາຄານມາຣູຮານ ໂດຍສຳນັກງານນີ້ຈະ
ເຮັດໃຫ້ສາຍພົວພັນການຄ້າ ແລະ ເສດຖະກິດລະຫວ່າງ ສປປ ລາວ ກັບລາຊະອານາຈັກກຳປູເຈຍ ມີຄວາມສະດວກສະບາຍຍິ່ງ
ຂຶ້ນ ແລະ ຍັງເປັນການເສີມຂະຫຍາຍເຄືອຂ່າຍການບໍລິການຂອງທະນາຄານຢູ່ພາກພື້ນແບບເຕັມຮູບແບບ.
ທີ່ມາ:http://www.vientianemai.net

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...