spot_img
Homeນານາສາລະເປັນຫຍັງຈຶ່ງເຮັດຕະຫຼາດອອນລາຍນ໌ ໃນອິນເຕີເນັດ?

ເປັນຫຍັງຈຶ່ງເຮັດຕະຫຼາດອອນລາຍນ໌ ໃນອິນເຕີເນັດ?

Published on

393a07fed097d783aeec15c9f3fc37c4_650x

  1. ຍ້ອນວ່າຄົນໃນທົ່ວໂລກ ໃຊ້ອິນເຕີເນັດ ເພິ່ມຂຶ້ນທຸກມື້ ລວມທົ່ວໂລກບໍ່ຕ່ຳກວ່າ 3 ພັນລ້ານຄົນຕໍ່ມື້ (ສະຖິຕິ World Economic Forum)
  2. ຄົນລາວໃຊ້ອິນເຕີເນັດຫຼາຍຂຶ້ນທຸກມື້ ຄືດັ່ງທ່ານຜູ້ອ່ານຮູ້ແລະເຫັນ ຄົນລາວທີ່ອາໄສໃນເຂດຕົວເມືອງ ຫຼືໃນເຂດທີ່ມີສັນຍານອິນເຕີເນັດ ຕ່າງກໍໃຊ້ເວລາຢູ່ກັບອິນເຕີເນັດ ບໍ່ວ່າຈະໃຊ້ຜ່ານໂທລະສັບມືຖື, ແທັບເລັດ ຫຼືຄອມພິວເຕີ ແລະມີທ່າອ່ຽງຈຳນວນຜູ້ໃຊ້ອິນເຕີເນັດຫຼາຍຂຶ້ນທຸກມື້.
  3. ຍ້ອນການຕະຫຼາດແບບເກົ່າ ບໍ່ພຽງພໍແລ້ວ ການຕະຫຼາດແບບເກົ່າເນັ້ນການໂຄສະນາ ປະຊາສຳພັນຜ່ານ ສື່ສິ່ງພິມ, ວິທະຍຸ ແລະໂທລະພາບເປັນຫຼັກ. ແຕ່ຂໍບອກໄວ້ແຈ້ງໆ ເລີຍວ່າ ຕໍ່ໄປນີ້ ສື່ທີ່ເຄີຍໃຊ້ໃນໄລຍະທີ່ຜ່ານມາຈະຄ່ອຍໆ ຖືກຕີຖອຍໄປເທື່ອລະໜ້ອຍ ໂດຍສະເພາະແມ່ນສື່ສິ່ງພິມ ເພາະມີຂໍ້ຈຳກັດດ້ານໄລຍະທາງ, ການຂົນສົ່ງ, ສະພາບແວດລ້ອມ, ບໍ່ກົງກັບກຸ່ມເປົ້າໝາຍ ແລະງົບປະມານໃນການໂຄສະນາກໍສູງຫຼາຍ (ຜົນຕອບຮັບບໍ່ຄ່ອຍຄຸ້ມກັບສິ່ງທີ່ລົງທຶນໄປ).
  4. ການຕະຫຼາດອອນລາຍນ໌ ຄືຄຳຕອບຂອງການໂຄສະນາຍຸກໃໝ່ ການຕະຫຼາດອອນລາຍນ໌ ບໍ່ຖືກຈຳກັດດ້ວຍໄລຍະທາງ ແລະເວລາ ສື່ກັບກຸ່ມເປົ້າໝາຍໄດ້ຢ່າງຊັດເຈນ ຈະເຈາະຈົງສະເພາະພື້ນທີ່ ສະເພາະກຸ່ມ ຫຼືຈະເຈາະທັງໝົດກໍເຮັດໄດ້ ທີ່ສຳຄັນໃຊ້ງົບປະມານໃນການໂຄສະນາ ໜ້ອຍກວ່າສື່ອື່ນໆ ແຕ່ໄດ້ຜົນຕອບຮັບທີ່ດີເກີນຄາດ ເພາະຄົນສ່ວນຫຼາຍໃນປັດຈຸບັນ ໃຊ້ຊີວິດຢູ່ກັບອິນເຕີເນັດ ຈົນກາຍເປັນປັດໄຈທີ 5 ໄປແລ້ວ.

ເຊື່ອບໍວ່າ ມາຮອດປັດຈຸບັນນີ້ ສື່ອອນລາຍນ໌ ອິນເຕີເນັດ ໄດ້ກາຍເປັນສື່ກະແສຫຼັກໄປແລ້ວ!

ຖ້າຜູ້ອ່ານທ່ານໄດ້ຢາກປຶກສາເລື່ອງການ ເຮັດໂຄສະນາທຸລະກິດຂອງຕົນ ຜ່ານສື່ອອນລາຍນ໌ ຫຼືຕ້ອງການຄຳອະທິບາຍກ່ຽວກັບສື່ອອນລາຍນ໌ ທີມງານລາວໂພສຕ໌ ພວກເຮົາຍິນດີຈະໃຫ້ຄຳແນະນຳ ຟຣີ!! ແລະຈະຮັບໃຊ້ທ່ານໃຫ້ດີທີ່ສຸດ ດ້ວຍປະສົບການຂອງພວກເຮົາ ທີ່ຢູ່ກັບສື່ມາແລ້ວ 10 ປີ. ໂທສອບຖາມທີ່: 020 7779 1133

b92ca5428fd21711f370ca895fe2379f

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...