spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມເບິ່ງແຍງຜົມໃຫ້ຖືກວິທີ ເພື່ອຜົມເງົາງາມ

ເບິ່ງແຍງຜົມໃຫ້ຖືກວິທີ ເພື່ອຜົມເງົາງາມ

Published on

  1. ເວລາທີ່ດີທີ່ສຸດໃນການສະຜົມ ຄື 14:00-21:00 ເພາະເວລາ 22:00-02:00ໂມງ ເປັນຊ່ວງການຟື້ນຟູຂອງເຊວໜັງຫົວ, ດັ່ງນັ້ນຕັ້ງແຕ່ ເວລາ 14:00 ຮອດ 21:00 ຈະເປັນຊ່ວງທີ່ເໝາະສົມສໍາລໍັບການສະຜົມ. ໃນຂະນະທີ່ຊ່ວງທີ່ບໍ່ເໝາະສົມທີ່ສຸດສຳລັບການສະຜົມຄື ຫຼັງຈາກ 22:00 ຮອດ13:00 ເພາະເປັນຊ່ວງການຜ່ອນຄາຍຂອງໜັງຫົວ ແລະບໍ່ຄວນໄດ້ຮັບການກະຕຸ້ນ
  2. ເປົ່າຜົມໃຫ້ແຫ້ງກ່ອນເຂົ້ານອນ: ການນອນຫຼັບໂດຍທີ່ຜົມຍັງປຽກຢູ່ອັນຕະລາຍຫຼາຍເຊັ່ນ: ອາດເປັນຫວັດໄດ້ງ່າຍ, ຜົມຫຼົ່ນຫຼາຍ, ຜົມເສຍງ່າຍ ແຕກປາຍຫຼາຍ
  3. ຢ່າຫວີຜົມຕອນປຽກ: ຫາກໃນເວລານີ້ຫາກຫວີຜົມຫຼາຍຄັ້ງ ຈະເຮັດໃຫ້ໜັງໄດ້ຮັບຄວາມເສຍຫາຍ, ເຮັດໃຫ້ຜົມແຫ້ງຫຼາຍ ແລະຜົມຫຼົ່ນໄດ້ງ່າຍ
  4. ຢ່າໃຊ້ເລັບມືເກົາຫົວ: ການໃຊ້ເລັບເກົາຫົວ ອາດກໍ່ໃຫ້ເກີດອັນຕະລາຍແກ່ໜັງຫົວ ວິທີທີ່ຖືກຕ້ອງການໃຊ້ນິ້ວນວດທີ່ໜັງຫົວຄ່ອຍໆ
  5. ບໍ່ຄວນເທແຊມພູລົງໜັງຫົວໂດຍກົງ: ການເທແຊມພູໃນມືຂອງທ່ານກ່ອນ ແລ້ວຖູຄ່ອຍໆ ຫາກເທລົງໜັງຫົວໂດຍກົງອາດເຮັດໃຫ້ສານເຄມີຕົກຄ້າງ ແລະທຳຄວາມສະອາດບໍ່ໄດ້ດີເທົ່າທີ່ຄວນ (ຈະເຮັດໃຫ້ບໍ່ເກີດຟອງ)
  6. ອຸນຫະພູມນໍ້າຄວນຢູ່ປະມານ 40 ອົງສາ: ໃຊ້ນໍ້າເຢັນສະຜົມເຮັດໃຫ້ໜັງຫົວຖືກກະຕຸ້ນຫຼາຍທີ່ສຸດ ເຊິ່ງອາດຈະເຮັດໃຫ້ຜົມເສຍໄດ້ງ່າຍ ແລະນໍ້າທີ່ຮ້ອນເກີນໄປ ກໍອາດຮູຂຸມຂົນເສຍຫາຍໄດ້ເຊັ່ນດຽວກັນ, ເພາະສະນັ້ນ ອຸນຫະພູມທີ່ດີທີ່ສຸດຄື: ປະມານ 40 ອົງສາ ຮ້ອນກວ່າອຸນຫະພູມໃນຮ່າງກາຍໜ້ອຍໜຶ່ງ
  7. ບໍ່ຄວນສະຜົມຕະຫຼອດ: ການສະຜົມທຸກມື້ບໍ່ໄດ້ສົ່ງຜົນດີຕໍ່ເສັ້ນຜົມ ແຕ່ບາງຄົນທີ່ຜົມມັນຫຼາຍ ກໍສາມາດສະຜົມໄດ້ທຸກມື້ ເພາະການຮັກສາຄວາມສະອາດສຳຄັນຫວ່າ
  8. ເວລາສະຜົມຄວນກົ້ມຫົວລົງໜ້ອຍໜຶ່ງ: ເວລາສະຜົມຄົນຈໍານວນຫຼາຍມັກຢືນສະຜົມ ຄວາມແຮງຂອງນໍ້າອາດຈະກະທົບຕໍ່ໜັງຫົວ ແລະອາດເຮັດໃຫ້ຜົມບໍລິເວນຖືກນໍ້າແຮງຫຼົ່ນຫຼາຍ, ວິທີທີ່ດີທີ່ສຸດຄື ການກົ້ມລົງສາມາດຫຼຸດຄວາມແຮງຂອງນໍ້າ ແລະຍັງຊ່ວຍສົ່ງເສີມການໄຫຼວຽນຂອງເລືອດໄດ້ອີກ

ທີ່ມາ: share-si

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...