spot_img
Homeຊີວິດແລະຄວາມຮັກເບິ່ງຊີວິດທີ່ເປືອຍເປົ່າ

ເບິ່ງຊີວິດທີ່ເປືອຍເປົ່າ

Published on

laopost.com (2)

ຄົນຢູ່ເທິງສະຫວັນ ເງິນຢູ່ໃນທະນາຄານ ຄົນເຮົາຕອນມີຊີວິດຢູ່ກໍບໍ່ມີເງິນໃຊ້ ຕາຍແລ້ວເງິນກໍຍັງໃຊ້ບໍ່ໝົດ. ຫວາງຈວິນຢາ ນັກທຸລະກິດຜູ້ຍິ່ງໃຫຍ່ໃນມົນທົນເຈີ້ຈຽງ ເສຍຊີວິດໃນຂະນະທີ່ອາຍຸຍັງບໍ່ຫຼາຍ ເຫຼືອເງິນຝາກໄວ້ໃຫ້ເມຍ 1,900,000,000 ຢວນ ແລະເມຍໄດ້ແຕ່ງງານໃໝ່ກັບຄົນຂັບລົດຂອງ ຫວາງຈວິນຢາ ຕອນທີ່ຍັງມີຊີວິດຢູ່.

ໃຈຂະນະທີ່ຄົນຂັບລົດນັ້ນໃຊ້ຊີວິດຢ່າງມີຄວາມສຸກ ເຂົາຄິດໄດ້ວ່າ ແຕ່ກ່ອນເຮົານຶກວ່າເຮົາເປັນຄົນເຮັດວຽກໃຫ້ເຈົ້ານາຍ ຕອນນີ້ເຮົາເຂົ້າໃຈແລ້ວວ່າ ເຈົ້ານາຍເຮັດວຽກໃຫ້ເຮົາມາຕະຫຼອດ.

ຄວາມຈິງທີ່ໂຫດຮ້າຍນີ້ເປັນໂຕສະແດງວ່າ: ມີຊີວິດທີ່ຍືນຍາວ ສຳຄັນກວ່າຄວາມລວຍຄວາມຫຼໍ່ ຂໍໃຫ້ທຸກຄົນໝັ່ນອອກກຳລັງກາຍ ລະວັງສຸຂະພາບ ໃຜເປັນຝ່າຍເຮັດວຽກໃຫ້ຜູ້ນັ້ນເວົ້າຍາກ.

ໂທລະສັບທັນສະໄໝ 1 ໜ່ວຍ, 70% ຂອງຟັງຊັ່ນ ໃນໂທລະສັບນັ້ນບໍ່ມີປະໂຫຍດ. ລົດຫຼູໆ 1 ຄັນ, 70% ຂອງຄວາມໄວນັ້ນບໍ່ໄດ້ໃຊ້. ເຮືອນຫຼູໆ 1 ຫຼັງ, 70% ຂອງພື້ນທີ່ນັ້ນວ່າງເປົ່າ. ມະຫາວິທະຍາໄລ, 70% ຂອງບັນດິດທີ່ຈົບບໍ່ມີຄຸນນະພາບ. ເຄື່ອງນຸ່ງຂອງໃຊ້ໃນເຮືອນ, 70% ບໍ່ໄດ້ໃຊ້ ບໍ່ມີປະໂຫຍດຫຍັງ. ເງິນທີ່ຫາມາໄດ້ຕະຫຼອດຊີວິດ, 70% ກໍຖິ້ມໄວ້ໃຫ້ຜູ້ອື່ນໃຊ້.

ສະຫຼຸບແລ້ວ: ຊີວິດທີ່ຮຽບງ່າຍໃຫ້ມ່ວນຊື່ນເບີກບານກັບການໃຊ້ຊີວິດ 30% ທີ່ເປັນຂອງທ່ານ ບໍ່ເຈັບປວດແຕ່ກໍຕ້ອງບຳລຸງ, ບໍ່ຫິວແຕ່ກໍຕ້ອງດື່ມນ້ຳ, ວຸ່ນວາຍປານໃດກໍຕ້ອງປ່ອຍວາງ, ມີເຫດຜົນແຕ່ກໍຕ້ອງຍອມຄົນ, ມີອຳນາດແຕ່ກໍຕ້ອງຮູ້ຈັກຖ່ອມຕົນ, ບໍ່ເມື່ອຍແຕ່ກໍຕ້ອງພັກຜ່ອນ, ບໍ່ລວຍແຕ່ກໍຕ້ອງຮູ້ຈັກພໍພຽງ ແລະວຽກຫຍຸ້ງປານໃດກໍຕ້ອງຈັກພັກຜ່ອນ.

ໝັ່ນເຕືອນໂຕເອງເອົາໄວ້ວ່າ: ຊີວິດນີ້ສັ້ນແທ້ໆ ຫາກເວລາຂອງທ່ານຍັງມີເຫຼືອເຟືດ ຈົ່ງບອກຕໍ່ຂໍ້ຄວາມເຫຼົ່ານີ້ໃຫ້ໝູ່ເພື່ອນຂອງທ່ານ ໃຫ້ໝູ່ເພື່ອນໄດ້ອ່ານແດ່ ເພື່ອຈະໄດ້ໃສ່ໃຈໂຕເອງແດ່.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...