spot_img
Homeຄວາມງາມເບກ​ກິ້ງ​ໂຊ​ດາບໍ່ໄດ້ຊ່ວຍ​ກະ​ຊັບລູ​ຂຸມ​ຂົນເທິງ​ໃບ​ໜ້າ

ເບກ​ກິ້ງ​ໂຊ​ດາບໍ່ໄດ້ຊ່ວຍ​ກະ​ຊັບລູ​ຂຸມ​ຂົນເທິງ​ໃບ​ໜ້າ

Published on

poreface1

 

ກ່ອນ​ໜ້າ​ນີ້​ມີ​ການ​ສົ່ງ​ຕໍ່​ຂໍ້ຄວາມ​ທີ່​ວ່າເບກ​ກິ້ງ​ໂຊ​ດາ ຊ່ວຍກະ​ຊັບລູ​ຂຸມ​ຂົນເທິງ​ໃບ​ໜ້າ​ໄດ້ເຮັດ​ເອົາ​ໜຸ່ມ​ສາວ​ທີ່​ຢາກ​ມີ​ຜິວ​ນຽນ​ລຽບ​ພາ​ເຮັດ​ຕາມ​ກັນ​ເປັນ​ທິວ​ແຖວລ່າ​ສຸດ​ແພດ​ຜິວ​ໜັງ​ແຫ່ງ​ປະເທດ​ໄທ ໄດ້​ອອກ​ມາ​ໃຫ້​ຂໍ້​ມູນ ແລະ​ເຕືອນ​ກ່ຽວກັບ​ເລື່ອງ​ນີ້​ວ່າຮູຂຸມ​ຂົນ ເທິງ​ໃບ​ໜ້າ​ນັ້ນ​ມີ​ລັກສະນະ​ໂຄງ​ສ້າງ​ຂອງ​ຜິວ​ທີ່​ບໍ່​ສາມາດ​ປ່ຽນ​ແປງ​ໄດ້ການ​ທາ​ຢາຫລື​ຄີມກໍ​ເປັນ​ແຄ່​ການ​ປົກ​ປິດ​ເທົ່າ​ນັ້ນດັ່ງ​ນັ້ນ​ການ​ໃຊ້​ເບກ​ກິ້ງ​ໂຊ​ດາ​ລ້າງ​ໜ້າ​ນອກ​ຈາກ​ບໍ່​ຊ່ວຍ​ແກ້​ອາການ​ແລ້ວອາດ​ເຮັດໃຫ້​ເກີດ​ການ​ແພ້ເຊັ່ນຮອຍ​ຜື່ນ​ແດງ​ຄັນຫລື​ເຮັດໃຫ້​ເກີດ​ຜື່ນ​ແລະ​ຮອຍ​ດ່າງ​ດຳເຊັ່ນ​ດຽວ​ກັບ​ການ​ແພ້​ເຄື່ອງ​ສຳ​ອາງ​ໄດ້

ຄົນທີ່​ເກີດ​ອາການ​ແພ້​ຢ່າງ​ຮຸນແຮງຈະ​ເຮັດໃຫ້​ເກີດ​ພາວະຜື່ນ​ແດງ​ຈົນ​ກາຍ​ເປັນ​ຜື່ນ​ສີ​ດຳແລະ​ມີ​ການ​ອັກ​ເສບ​ເທິງ​ໃບ​ໜ້າ​ໄດ້ຄື​ກໍລະນີ​ທີ່​ແພ້​ເຄື່ອງ​ສຳ​ອາງຢ່າງໃດ​ກໍ​ຕາມຂໍ​ຢືນຢັນ​ວ່າປົກກະຕິ​ແລ້ວ​ເບກ​ກິ້ງ​ໂຊ​ດາ​ແທບ​ບໍ່​ມີ​ການ​ນຳ​ມາ​ໃຊ້​ກ່ຽວກັບ​ຜິວ​ໜັງ​ເລີຍຍົກ​ເວັ້ນ​ກໍລະນີ​ທີ່​ເຮົາ​ຖືກ​ພິດ​ຂອງ​ແມງ​ກະ​ພຸນ​ໄຟ ເຖິງ​ຈະ​ມີ​ການ​ນຳ​ເບກ​ກິ້ງ​ໂຊ​ດາ​ມາ​ໃຊ້​ໃນ​ການ​ຊ່ວຍ​ລຸດ​ອາການ​ອັກ​ເສບໂດຍ​ເບກ​ກິ້ງ​ໂຊ​ດາ​ຈະ​ໄປ​ຊ່ວຍ​ລຸດ​ກົດ​ດ່າງ​ທີ່​ເກີດ​ຈາກ​ພິດ​ຂອງ​ແມງ​ກະ​ພຸນ​ໄຟ​ໄດ້ ແຕ່​ກໍ​ຍັງ​ບໍ່ແມ່ນ​ຕົວ​ທີ່​ດີ​ທີ່ສຸດ ດັ່ງ​ນັ້ນ​ຈຶ່ງ​ບໍ່​ຄວນ​ນຳ​ມາ​ໃຊ້​ກັບ​ຜິວ​ຫນັງ

 

ການ​ທີ່​ຈະ​ນຳ​ສິ່ງ​ໃດ​ກໍ​ຕາມ​ມາ​ໃຊ້​ກັບ​ຜິວ​ໜັງ ຫາກ​ເປັນ​ເຄື່ອງ​ສຳ​ອາງ​ກໍ​ຕ້ອງ​ຜ່ານ​ການ​ວິ​ໄຈ​ແລະ​ຮອງ​ຮັບ​ມາດຕະຖານ ລວມ​ເຖິງ​ຜ່ານ​ການ​ກວດ​ສອບ​ຈາກ​ສຳ​ນັກ​ງານ​ຄະນະ​ກຳມະການ​ອາຫານ​ແລະ​ຢາ (ອົຍ.) ແລ້ວ ວ່າ​ບໍ່​ເຮັດໃຫ້​ເກີດ​ການ​ພ່າຍແພ້ ເພາະ​ການ​ທີ່​ນຳ​ຂອງ​ທີ່​ຜິດ ໆ ບໍ່​ຜ່ານ​ການ​ຮອງ​ຮັບ​ມາ​ໃຊ້​ຈະ​ເຮັດໃຫ້​ເກີດ​ຜົນ​ເສຍ​ຫລາຍກວ່າ ແລະ​ຍັງ​ບໍ່​ຊ່ວຍ​ໃຫ້​ຫຍັງ​ດີ​ຂຶ້ນ ຢ່າງ​ກໍລະນີ ນຳ​ເບກ​ກິ້ງ​ໂຊ​ດາ ມາ​ໃຊ້​ລ້າງ​ໜ້າ​ນັ້ນ ກໍ​ຈະ​ເຮັດໃຫ້​ຜິວ​ໜ້າ​ເກີດ​ອາການ​ພ່າຍແພ້ ເກີດ​ຜື່ນ​ກະ​ດຳ​ກະ​ດ່າງ​ເປັນ​ຮອຍ​ດຳ​ໄດ້

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...