spot_img
Home​ຂ່າວທ່ອງທ່ຽວເທສະການ ງານດອກງີ້ວບານ ຄັ້ງທີ 17 ຂອງແຂວງ ບໍ່ແກ້ວ

ເທສະການ ງານດອກງີ້ວບານ ຄັ້ງທີ 17 ຂອງແຂວງ ບໍ່ແກ້ວ

Published on

ເທສະການ ດອກງີ້ວບານແລ້ວ ປີນີ້ໄດ້ຈັດຂຶ້ນເປັນປີທີ 17 ຊຶ່ງ​ຈະ​ໄດ້​ຈັດ​ຂຶ້ນ​ໃນ​ລະ​ຫວ່າງວັນ​ທີ 4-12 ກຸມພາ 2017 ນີ້ ຢູ່ດອນຊາວ, ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ​ເປີດງານ​ຢ່າງ​ເປັນ​ທາງ​ການ​ແມ່ນ​ວັນ​ທີ 10 ກຸມພາ 2017.

1856

ງານເທດສະການດອກງິ້ວບານ ແມ່ນປາງບຸນໜຶ່ງທີ່​ສໍາຄັນຂອງປະຊາຊົນບັນດາເຜົ່າ ຊາວເມືອງຕົ້ນເຜີ້ງ ກໍ່ຄືຂອງຊາວ ແຂວງບໍ່ແກ້ວ ທີ່ໄດ້ຈັດ​ຂຶ້ນທຸກໆປີ. ງານດັ່ງກ່າວມັນໄດ້ສ່ອງແສງໃຫ້ເຫັນເຖິງ​ແບບ​ແຜນ​ດໍາລົງຊີວິດ, ຮີດຄອງປະເພນີອັນດີງາມ, ຄວາມດຸໝັ່ນຫ້າວຫັນໃນການອອກແຮງງານທຳການຜະລິດຕິດພັນກັບການອະນຸລັກຮັກສາທຳມະຊາດ-ສິ່ງ​ແວດ​ລ້ອມ, ແນໃສ່ສົ່ງເສີມການທ່ອງທ່ຽວທຳມະຊາດ (ປ່າດອກງິ້ວບານ ດອນຊາວ), ທ່ອງທ່ຽວດ້ານວັດທະນະທຳ (ຮີດຄອງປະເພນີ 13 ຊົນເຜົ່າ ຂອງແຂວງບໍ່ແກ້ວ)

851

ພາຍໃນງານຈະມີກິດຈະກຳຫຼາຍຢ່າງເຊັ່ນ: ​ເລີ່​ມ​ແຕ່​ວັນ​ທີ 4 ​ຈະ​ມີ​ບັນດາ​ບໍລິສັດ​ຫ້າງ​ຮ້ານ, ຫົວໜ່ວຍ​ການ​ຜະລິດ, ທຸລະ​ກິດ ​ແລະ ບັນດາ​ເມືອງ ນຳ​ເອົາສິນ​ຄ້າ​ຜະລິດ​ຕະພັນ​ກະສິກຳ, ອຸດສາຫະກຳ, ສິນຄ້າ​ໂອດ​ອບ, ພືດ​ຜັກ​ປອດ​ສານພິດ ຫຼາຍ​ປະ​ເພດມາ​ວາງຂາຍ. ຊຶ່ງ​ຈະ​ປະກອບ​ໄປ​ດ້ວຍ​ອາຫານ​ການ​ກິນທີ່​ເປັນ​ເອກ​ະລັກ​ຂອງ​ບັນດາ​ເຜົ່າ. ຄາ​ດວ່າ​ຈະ​ມີ​ຫ້ອງ​ວາງສະ​ແດງ​ສິນຄ້າ ປະມານ 100 ກວ່າຫ້ອງ, ມີຊົມ​ການ​ແຂ່ງຂັນກິລາ​ພື້ນ​ເມືອງ ງົວຊົນງົວ, ມ້າຊົນມ້າ, ມວຍລາຍຈີນ, ມີການ​ສະ​ແດງ​ສິລະ​ປະ​ວັນນະຄະດີຂອງຊົນເຜົ່າຕ່າງໆໃນແຂວງບໍ່ແກ້ວ ແລະ ມີນັກ​ສິລະ​ປິນທັງພາຍ​ໃນ​ແຂວງ, ຈາກສູນກາງ ແລະ 3 ປະເທດໃກ້ຄຽງ ຄື: ສປ ຈີນ, ສສ ມຽນມາ ແລະ ​ລາຊາອານາຈັກໄທ ມາຮ່ວມສະແດງນຳ

51233

 

ແຫລ່ງຂ່າວຈາກ: https://kuanjailao.com/article/4067
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...