spot_img
Homeຂ່າວທ້ອງຖິ່ນເທດສະການດອກງິ້ວບານ ຄັ້ງທີ 20 ປະຈຳປີ 2023

ເທດສະການດອກງິ້ວບານ ຄັ້ງທີ 20 ປະຈຳປີ 2023

Published on

ພິທີເປີດງານເທດສະການດອກງິ້ວບານ ຄັ້ງທີ 20 ປະຈຳປີ 2023 ຈັດຂື້ນໃນວັນທີ 27 ມັງກອນ ທີ່ດອນຊາວ ເມືອງຕົ້ນເຜີ້ງແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມ ຂອງທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ທ່ານ ພົອ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ທ່ານ ບົວຄົງ ນາມມະວົງ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ບໍ່ແກ້ວ, ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ມີບັນດາການນຳຂັ້ນສູງ, ທັງສູນກາງ ແລະ ທ້ອງຖີ່ນ ນັກທຸລະກິດພາຍໃນ ສປປລາວ, ຣາຊອານາຈັກໄທ, ປະເທດມຽນມາ, ສປຈີນ, ຫວຽດນາມ ແລະ ມວນຊົນເຂົ້າຮ່ວມ.

ທ່ານ ດຣ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ຫົວໜ້າຄະນະຮັບຜິດຊອບການຈັດງານ ກໍ່ໄດ້ຂື້ນລາຍງານວ່າ: ງານດັ່ງກ່າວ ແມ່ນເປັນປາງງບຸນໃຫຍ່ຂອງຊາວແຂວງບໍ່ແກ້ວ ເຊີ່ງໄດ້ເລີ່ມຈັດຂື້ນ ຄັ້ງທີ 1 ໃນປີ 2000 ແລະ ມີຜົນສຳເລັດໃນການຈັດງານມາແລ້ວ 19 ຄັ້ງ ໂດຍຈັດຂື້ນໃນໄລຍະລະດູດອກງິ້ວເບັ່ງບານ ຄືທ້າຍເດືອນມັງກອນ ກາ ຕົ້ນເດືອນກຸມພາ ຂອງທຸກໆປີ ແລະ ໄດ້ງົດການຈັດ ໃນປີ 2020 ຫາ ປີ 2022 ຍ້ອນມີການແຜ່ລະບາດຂອງພະຍາດໂຄວິດ19 ແລະ ມາໃນປີ 2023 ນີ້ຈື່ງກັບມາຈັດແບບຫຍີ່ງໃຫຍ່ ເພື່ອແນ່ໃສ່ອະນຸລັກຮັກສາ ເສີມຂະຫຍາຍສີລະປະວັດທະນະທຳ ການນຸ່ງຖື ບບແຜນວິທີຊີວິດ ກໍ່ຄືຮີດຄອງປະເພນີ ອັນດີງາມຂອງປະຊາຊົນບັນດາເຜົ່າ ຊາວແຂວງບໍ່ແກ້ວ ລວມທັງການເຊື່ອໂຍງເຂົ້າກັບວັດທະນະທຳອັນດີງາມຂອງຊາດ ແລະ ຂອງສາກົນ ເພື່ອໃຫ້ບັນດາແຂກ ນັກທ່ອງທ່ຽວໄດ້ ມາທ່ຽວມາສຳພັດ ກັບທຳມະຊາດຄວາມສວຍສົດງົດງາມ ທີ່ເປັນເອກະລັກພິເສດ ຂອງຕົ້ນງິ້ວ ກໍ່ຄືດອກງີ້ວ ທີ່ພວມເບັ່ງບານ ທີ່ເຕັມໄປດ້ວຍຄຸນຄ່າ ທາງດ້ານຊັບພະຍາກອນທຳມະຊາດ ອັນອຸດົມຊົມບູນ ເພື່ອອະນຸລັກປົກປັກຮັກສາ ສຳລັບຊາວແຂວງບໍ່ແກ້ວ ກໍ່ຄືບັນດາຊາວຈີນເຊື່ອວ່າ ດອກງິ້ວທີ່ເບັ່ງບານ ແມ່ນສະແດງເຖີງຄວາມອົງອາດກ້າຫານ ແລະ ຄວາມສະຫງ່າງາມ ທັງເປັນການຊຖກຍູ້ສົ່ງເສີມ ພັດທະນາ ແລະ ຟື້ນຟູ ວຽກງານການທ່ອງທ່ຽວ ທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ, ຮີດຄອງປະເພນີ ວິຖີຊີວິດ ຂອງຊາວແຂວງບໍ່ແກ້ວ ແບບມີສວ່ນຮ່ວມຂອງຊຸມຊົນ ຕາມຄຳຈໍຂັວນທີ່ວ່າ: ປະເທດລາວສວຍງາມ ສ້າງໃຫ້ການທ່ອງທ່ຽວລາວ ເມືອງລາວ, ຮຽນຮູ້ປະຫວັດສາດລາວ ຊື່ນຊົມທຳມະຊາດ ແລະ ສົ່ງເສີມວັດທະນະທຳ ໃຫ້ມີຄວາມຍືນຍົງຕິດພັນກັບ ການສົ່ງເສີມການຜະລິດ ການຄ້າການບໍລິການ ໃຫ້ມີການຂະຫຍາຍຕົວ ປະກອບສວ່ນ ເຮັດໃຫ້ເສດຖະກິດຂອງແຂວງ ແລະ ຂອງຊາດ ໃຫ້ມີບາດກ້າວຂະຫຍາຍຕົວ ທັງເປັນການສ້າວຽກເຮັດງານທຳ, ສ້າງລາຍຮັບມາສູ່ພໍ່ແມ່ປະຊາຊົນ ບັນດາເຜົ່າໃຫ້ນັບມື້ດີຂື້ນ ແລະ ອື່ນໆ.

ການຈັດງານຄັ້ງທີ ປະຈຳປີ ນີ້ ຖ້າທຽບໃສ່ປີທີ່ຜ່ານມາ ແມ່ນມີຄວາມໝາຍ, ຄວາມສຳຄັນ ແລະ ຍີ່ງໃຫຍ່ກວ່າທຸກທຸກໆປີ ພາຍໃນງານແມ່ນຈະໄດ້ມີຫຼາຍກິດຈະກຳເຊັ່ນ: ການປະກວດນາງສາວດອກງິ້ວບານປະຈຳປີ 2023 ເຊີ່ງເປັນນາງສາວທີ່ໄດ້ຮັບສະໝັກ ແລະ ຄັດເລຶອກຈາກ 5 ເມືອງພາຍໃນແຂວງບໍ່ແກ້ວ ຈຳນວນ 20 ນາງສາວ, ການປະກວດນາງສາວທ່ອງທ່ຽວລາວ ປະຈຳປີ 2023 ເຊີ່ງຈັດການປະກວດເປັນຄັ້ງທຳອິດ ທີ່ມີນາງສາວຮັບສະໝັກ ເຂົ້າປະກວດ ຈາກທົ່ວປະເທດ ແລະ ຜ່ານການຄັດເລຶອກໄດ້ຈຳນວນ 20 ນາງສາວ ຈາກນ.ວ ແລະ 11 ແຂວງ ໃນຂອບເຂດທົ່ວປະເທດ, ນອກນີ້ຍັງຈະມີການສະແດງສີລະປະວັນນະຄະດີ ຈາກແຂວງ, ເມືອງ , ສູນກາງ, ສປຈີນ, ຣາຊອານາຈັກໄທ ແລະ ສະຫະພາບມຽນມາຈຳນວນໜື່ງ, ມີກິດຈະກຳແຂ່ງຂັນຊ່ວງເຮືອ ປະເພນີ 35 ສີພາຍ, ການແຂ່ງຂັນໄຫຼເຮືອໄຟ, ການຈັດວາງຈຳໜ່າຍ ແລະ ສະແດງສີນຄ້າ ຈຳນວນ 409 ກວ່າຮ້ານ, ທີ່ໄດ້ດຳເນີນມາແຕ່ວັນທີ 23 ຈົນໄປເຖີງວັນທີ 29 ມັງກອນ, ມີພິທີເປີດການທົດລອງນຳໃຊ້ໂຮງແຮມດາວດອກງິ້ວ, ການເປີດທົດລອງນຳໃຊ້ສະໜາມກອ໊ຟສາກົນພູກິ່ວລົມ ແລະ ອິກກິດຈະກຳຫຼາຍຢ່າງ ເຊີ່ງຈະດຳເນີນຈົນໄປເຖີງມື້ປິດງານ ໃນວັນທີ 29 ມັງກອນທີ່ຈະມາເຖີງນີ້.

ໃນໂອກາດນີ້ ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ແລະ ທ່ານ ບົວຄົງ ນາມມະວົງ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ບໍ່ແກ້ວ ກໍ່ໄດ້ຂື້ນມີຄຳເຫັນ ພ້ອມທັງເຊີນຄະນະການນຳ ຂັ້ນສູນກາງ ທ່ອງຖີ່ນ ໃນສປປລາວ, ຣາຊອານາຈັກໄທ, ປະເທດມຽນມາ ແລະ ຈີນ ເຂົ້າຮ່ວມຕັດແທບຜ້າ ລັນຄ່ອງ ແລະ ປ່ອຍປູມເປົ້າ ເພື່ອເປັນສິຣິມຸນຄຸນ ແລະ ກ່າວເປີດງານເທດສະການດອກງິ້ວບານ ຄັ້ງທີ 20 ປະຈຳປີ 2023 ຢ່າງເປັນທາງການ.

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...