spot_img
Homeຊີວິດແລະຄວາມຮັກເຖິງລູກໆ ທີ່ຮັກ

ເຖິງລູກໆ ທີ່ຮັກ

Published on

ລູກຮັກ ຕອນທີ່ເຈົ້າຍັງນ້ອຍ ແມ່ໃຊ້ເວລາທັງໝົດຄ່ອຍໆສອນໃຫ້ເຈົ້າໃຊ້ບ່ວງ ໃຊ້ໄມ້ຖູ່ຄີບອາຫານ ສອນເຈົ້າໃສ່ເກີບ ສອນເຈົ້າໃສ່ກະດຸມ ສອນເຈົ້ານຸ່ງເຄື່ອງ ອາບນໍ້າໃຫ້ເຈົ້າ ເຊັດຂີ້ເຊັດຍ່ຽວໃຫ້ເຈົ້າ ສິ່ງເຫຼົ່ານີ້ແມ່ບໍ່ເຄີຍລືມ
ຖ້າມື້ໜຶ່ງ ແມ່ຈື່ບໍ່ໄດ້ ຫຼືແມ່ເລິ່ມເວົ້າຊ້າລົງ ຂໍເວລາໃຫ້ແມ່ຈັກໜ້ອຍແດ່ ຖ້າແມ່ໄດ້ບໍ ໃຫ້ແມ່ໄດ້ຄິດ… ບາງຄັ້ງ ສິ່ງທີ່ແມ່ຢາກຈະເວົ້າກັບເຈົ້າ ແມ່ອາດຈະເວົ້າກັບເຈົ້າບໍ່ໄດ້ອີກແລ້ວ
ລູກຮັກ ລູກຈື່ໄດ້ບໍ ແມ່ຕ້ອງສອນເຈົ້າຈັກຮ້ອຍເທື່ອ ໃຫ້ເຈົ້າເວົ້າຄຳວ່າແມ່ໄດ້!
ແມ່ດີໃຈປານໃດທີ່ເຈົ້າເລິ່ມເວົ້າເປັນປະໂຫຍກໄດ້
ແມ່ຕ້ອງຕອບຄຳຖາມເຈົ້າຈັກຮ້ອຍເທື່ອ ກວ່າເຈົ້າຈະເຂົ້າໃຈໃນສິ່ງທີ່ເຈົ້າສົງໄສ!
ດັ່ງນັ້ນ, ຖ້າມື້ໜຶ່ງ ແມ່ຖາມເຈົ້າຊໍ້າໄປຊໍ້າມມາໃນເລື່ອງເກົ່າໆ ຂໍໃຫ້ເຈົ້າຢ່າລຳຄານຈະໄດ້ບໍ?
ຕອນນີ້ແມ່ອາດຈະໃສ່ກະດຸມເສື້ອບໍ່ໄດ້ ຍາມກິນເຂົ້າອາດຈະຕົກໃສ່ເຄື່ອງນຸ່ງ ເຈົ້າຢ່າຂີ້ດຽດແມ່ໄດ້ບໍ? ຂໍໃຫ້ເຈົ້າອົດທົນແລະອ່ອນໂຍນກັບແມ່ ຂໍພຽງເຈົ້າຢູ່ຂ້າງໆແມ່ ແມ່ກໍຮູ້ສຶກອຸ່ນໃຈ.
ລູກຮັກ ມື້ນີ້ຂາຂອງແມ່ເລິ່ມອ່ອນແຮງ ຢືນໄດ້ບໍ່ດົນ ຍ່າງໄປມາຍາກ ຂໍໃຫ້ລູກຈັບມືແລະຊູແມ່ໄວ້ ຍ່າງເປັນໝູ່ແມ່ຈົນມື້ທີ່ແມ່ໝົດລົມຫາຍໃຈ ເໝືອນມື້ທີ່ເຈົ້າເກີດມາ ແມ່ກໍອຸ້ມຊູເຈົ້າຮຽນນັ່ງ ຄານ ຢືນ ແລະຍ່າງແບບນີ້ຄືກັນ!

ຄວາມໂຊກດີທີ່ສຸດໃນຊີວິດລູກ ຄື ມື້ທີ່ລູກໃຫຍ່ໂຕຂຶ້ນມາເປັນຜູ້ໃຫຍ່ ພໍ່ກັບແມ່ຍັງບໍ່ເຖົ້າ ຄືມື້ທີ່ລູກຕັ້ງໂຕໄດ້ ແລະພ້ອມທີ່ຈະຕອບແທນພໍ່ແມ່ ພໍ່ແມ່ກໍຍັງແຂງແຮງໃຫ້ລູກໄດ້ຕອບແທນ!

ບົດຄວາມຈາກ: ນຸສົນບຸກ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...