spot_img
Homeຂ່າວພາຍ​ໃນເຕືອນໄພ! ລະວັງຖືກປຸ້ນຢູ່ເສັ້ນທາງ ນາທົ່ມ-ອຸດົມຜົນ

ເຕືອນໄພ! ລະວັງຖືກປຸ້ນຢູ່ເສັ້ນທາງ ນາທົ່ມ-ອຸດົມຜົນ

Published on

11188401_1604927066418660_6659035521449275528_n 11205096_1604927063085327_6233764346848772940_n

ຜູ້ໃຊ້ເຟສບຸກຜູ້ໜຶ່ງຊື່ ນຸດ ຫຼ້ານິດຕາ ສູນສະຫວັດ ໄດ້ໂພສຂໍ້ຄວາມເລົ່າເຖິງເຫດການ ທີ່ເກີດຂຶ້ນກັບໂຕເອງ ເພື່ອເຕືອນສັງຄົມ ເຊິ່ງນາງໄດ້ເລົ່າວ່າ ” ຂ້ອຍແລະເອື້ອຍຂ້ອງຂ້ອຍໄດ້ກັບຈາກງານສູ່ຂວັນ ບ້ານອຸດົມຜົນ ໄດ້ຂີ່ລົດມາທາງສີ່ແຍກຕະຫຼາດຫຼັກ 19 ບ້ານໂນນສະອາດທີ່ມາຊອດທາງນາທົ່ມ (ເສັ້ນທາງຕັດໃໝ່ ຈາກດົງໂດກ-ທາງໄປທ່າງ່ອນ) ມາກາຍຮ້ານອາຫານຈຳໂບຫນ້ອຍຫນຶ່ງ ແລ້ວໄດ້ມີຫຍັງບາງຢ່າງບີນມາໃສ່ແວ່ນ ບ່ອນຂ້າງຄົນຂັບ ເບື້ອງຕົ້ນບໍ່ຮູ້ວ່າແມ່ນຫຍັງ ມັນແຮງຫລາຍຈົນເຮັດໃຫ້ແວ່ນຂ້າງແຕກ ເອື້ອຍຂ້ອຍກະເລີຍຢຸດລົດຄິດວ່າຊິລົງເບິ່ງ ແຕ່ແຖວນັ້ນມັນປ່ຽວຫຼາຍ ບໍ່ມີລົດຈັກຄັນກາຍແຖວນັ້ນ ຂ້ອຍບອກເອື້ອຍຂ້ອຍວ່າຢ່າຢຸດລົດເດັດຂາດ ຂີ່ໄປກ່ອນໂລດເຫັນບ້ານຄົນຈຶ່ງຈອດ ຫຼັງຈາກນັ້ນໄດ້ຂີ່ລົດກາຍມາເຫັນບ້ານຄົນ ຈຶ່ງຈອດແລະໄດ້ໂທຫາຕຳຫຼວດບ້ານ ຫຼັງຈາກນັ້ນຈຶ່ງໄດ້ກັບໄປບ່ອນເກີດເຫດ ພ້ອມກັບຕຳຫຼວດບ້ານ ໄປກວດເບິ່ງຈຶ່ງຮູ້ວ່າສີ່ງທີ່ຖືກແກວ່ງມາໃສ່ນັ້ນ ແມ່ນກວດແກ້ວຊອດຫມາກເລັ່ນ ມີຄົນລີ້ຢູ່ຂ້າງທາງແກວ່ງໃສ່ ເພາະແຖວນັ້ນມັນປ່ຽວຫລາຍ ຂ້ອຍຄິດວ່າແມ່ນໂຈນທີ່ເຂົາຫວັງຈະປຸ້ນເອົາຊັບສິນ ເພາະວ່າງ 2-3 ມື້ຫຼັງນີ້ກະມີໂຈນປຸ້ນເອົາລົດວີໂກແລ້ວ ຈຸດເກີດເຫດແມ່ນບ່ອນດຽວກັນເລີຍ ແຖວນັ້ນມີຄົນຖືກປຸ້ນເລື້ອຍໆ ມັນຄົງຊິຫວັງດຶກກວດແກ້ວໃຫ້ຖືກຄົນຂັບ ເຮັດໃຫ້ຄົນຂັບບາດເຈັບຢຸດລົດແລ້ວມັນຊິປຸ້ນ ທາງເສັ້ນນີ້ມັນມືດແລະປ່ຽວຫຼາຍ ຈຶ່ງຢາກໃຫ້ທຸກຄົນທີ່ໃຊ້ເສັ້ນທາງນັ້ນ ໃຫ້ມີສະຕິລະວັງຕົວ ຖ້າຫາກພົບເຫດແບບນີ້ຫ້າມລົງຈາກລົດເດັດຂາດ ໃຫ້ຂີ່ກາຍໄປບ່ອນມີຄົນຫລາຍຈຶ່ງຈອດລົດ ທັງນີ້ກໍເພື່ອຄວາມປອດໄພຂອງໂຕທ່ານເອງ.

 

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...