spot_img
Homeຂ່າວພາຍ​ໃນເດືອນຜ່ານມາຄະດີລັກຊັບຢູ່ນະຄອນຫຼວງວຽງຈັນເພີ່ມຂຶ້ນ

ເດືອນຜ່ານມາຄະດີລັກຊັບຢູ່ນະຄອນຫຼວງວຽງຈັນເພີ່ມຂຶ້ນ

Published on

ເຈົ້າໜ້າທີ່ ປກສ ນະຄອນ ຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເດືອນຜ່ານມາຢູ່ນະ ຄອນຫຼວງວຽງຈັນມີປະກົດການຫຍໍ້ທໍ້ເກີດ ຂຶ້ນ 200 ກວ່າເລື່ອງ, ພົ້ນເດັ່ນ ແມ່ນ ສະພາບລັກຊັບມີຄະດີເພີ່ມຂື້ນ 10 ກວ່າ ເລື່ອງຄື: ໃນວັນທີ 1 ພຶດ ໄດ້ເກີດເຫດຄົນ ບໍ່ດີ ເຂົ້າໄປລັກຊັບ ບໍລິສັດ ຮົວລີ ຢູ່ບ້ານ ແກ້ງໃຄ້ ເມືອງ ໄຊທານີ ນະຄອນ ຫຼວງ ວຽງຈັນ ພວກໂຈນໄດ້ ກວາດເອົາເງິນໄປ 200 ກວ່າ ລ້ານກີບ, ຄຳຮູບປະພັນລວມ ມູນຄ່າ 20 ກວ່າລ້ານກີບ ແລະ ໃນມື້ ດຽວກັນ ຄົນຮ້າຍໄດ້ເຂົ້າ ລັກຊັບຂອງນັກທ່ອງທ່ຽວ ພັກຢູ່ ໂຮງແຮມແຫ່ງໜຶ່ງ ໃນບ້ານ ໜອງດ້ວງໃຕ້ ເມືອງສີໂຄດ ຕະບອງ ນະຄອນຫຼວງວຽງຈັນ ແລະ ຕໍ່ມາວັນທີ 8 ພຶດສະພາ ນີ້ ຄົນຮ້າຍເຂົ້າໄປລັກຊັບຂອງປະ ຊາຊົນ ຢູ່ບ້ານພະຂາວ ເມືອງ ໄຊທາ

ນີ ນະຄອນຫຼວງວຽງຈັນ ໄດ້ເງີນໄປ ກວ່າ 200 ລ້ານ ກີບ ແລະ ສາຍຄໍຄຳໜັກ 10 ແລະ ຕູ້ ເຢັນໜຶ່ງໜ່ວຍ, ໃນວັນທີ 26 ພຶດ ສະພາ ກໍໄດ້ເກີດເຫດຄົນຮ້າຍ ລັກຊັບ ຢູ່ບໍລິສັດ ໂຕໂກປະກັນໄພ ຢູ່ບ້ານຊຽງຢືນ ເມືອງ ຈັນທະ ບູລີ ກວາດເງິນ 6 ລ້ານ ກວ່າກີບ, 10 ພັນບາດ ແລະ 5 ພັນໂດລາ ແລະ ມື້ ດຽວກັນ ຄົນຮ້າຍງັດຕູ້ ATM ຂອງທະນາຄານແຫ່ງໜຶ່ງ ຢູ່ເສັ້ນທາງສຸພາ ນຸວົງ ບ້ານນາ ຄຳ ເມືອງ ສີໂຄດຕະບອງ ນະຄອນ ຫຼວງວຽງຈັນ ແລະ ຫຼາຍຄະດີລັກຊັບອື່ນໆ.

ເຈົ້າໜ້າທີ່ ປກສ ນະຄອນ ຫຼວງວຽງຈັນ ໃຫ້ທັດສະນະວ່າ: ຈາກການກວດກາຈຸດເກີດເຫດ ໃນແຕ່ລະບ່ອນນັ້ນພົບ ວ່າ ສ່ວນ ໃຫຍ່ການເຄື່ອນໄຫວຂອງກຸ່ມ ຄົນບໍ່ດີແມ່ນຈະຮ່ວມກັນເປັນຂະບວນການ ແລະ ສວຍໂອກາດ ໃນໄລຍະຄ່ຳຄືນ, ຊຶ່ງບໍ່ ມີຄົນຍາມແລ້ວລົງມືກໍ່ເຫດ, ນອກນີ້ ຍັງແມ່ນບຸກຄົນເປົ້າໝາຍທີ່ທາງເຈົ້າໜ້າທີ່ຄາດວ່າຈະເປັນກຸ່ມ ແກ໊ງລັກຊັບດຽວ ກັນດັ່ງ ເຫດການທີ່ມັກເກີດຂຶ້ນໃນໄລຍະ ເດືອນເມສາຜ່ານມາ, ຊຶ່ງປັດຈຸບັນທາງເຈົ້າໜ້າທີ່ກຳເລັ່ງນຳຈັບຕົວຄົນຮ້າຍມາດຳ ເນີນຄະດີ.

 

ຂອບໃຈຂ່າວຈາກ: http://laophatthananews.blogspot.com

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...