spot_img
Homeຂ່າວພາຍ​ໃນເຊີນທ່ຽວງານ "ກິນ ຢູ່ ຮຽນຮູ້ວິຖີລາວ" ປະຈຳປີ 2021

ເຊີນທ່ຽວງານ “ກິນ ຢູ່ ຮຽນຮູ້ວິຖີລາວ” ປະຈຳປີ 2021

Published on

ເທດສະການ ອາຫານລາວ ປະຈຳປີ 2021 ທີ່ສວນເຈົ້າອານຸວົງ ຈັດຂື້ນໂດຍສະມາຄົມນັກທຸລະກິດແມ່ຍິງ ຮ່ວມກັບສູນກາງສະຫະພັນແມ່ຍິງລາວ ງານຈັດຂື້ນ ວັນທີ 23-27/02/2021 ເທົ່ານັ້ນ.

ໃນວັນທີ 23 ກຸມພາ 2021 ນີ້, ສະມາຄົມນັກທຸລະກິດແມ່ຍິງລາວຮ່ວມກັບສະຫະພັນແມ່ຍິງລາວໄດ້ເປີດງານເທດສະການອາຫານລາວ ປະຈຳປີ 2021, ພາຍໃຕ້ຄຳຂັວນ: “ກິນຢູ່, ຮຽນຮູ້ວິຖີລາວ” ທີ່ ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ ທັງເປັນປະທານຄະນະກຳມະການຈັດງານເທດສະການອາຫານ ລາວ ປະຈຳ ປີ 2021 ເຊຶ່ງມີ ທ່ານ ນາງ ອິນລາວັນ ແກັວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ນາງ ຈັນທະຈອນ ວົງໄຊກ່າວວ່າ: ຈຸດປະສົງ ເພື່ອເປັນການສ້າງແນວຄວາມຄິດ ແລະ ບັນຍາກາດອັນໃໝ່ໃນການອະນຸລັກ ອາຫານ, ການກິນຢູ່, ການດຳລົງຊີວິດໃຫ້ເປັນແບບວັດທະນະທຳ,ຮີດຄອງປະເພນີດັ້ງເດີມຂອງຄົນລາວ ເພື່ອເສີມສ້າງໃຫ້ເປັນບັນຍາກາດແບບສັງຄົມພື້ນເມືອງລາວ, ງານດັ່ງກ່າວຈະໄດ້ດໍາເນີນໄປເປັນເວລາ 5 ວັນ, ນັບແຕ່ວັນທີ 23 – 27/2/2021ນີ້.

ເພື່ອປະຕິບັດ ຕາມທິດຊີ້ນຳຂອງຂັ້ນເທິງ ກ່ຽວກັບມາດຕະການປ້ອງກັນພະຍາດ ໂຄວິດ-19, ຈຶ່ງໄດ້ຄັດຈ້ອນຈໍາ ນວນຮ້ານຂາຍ ຈາກ 200 ຮ້ານໃຫ້ມີພຽງ 120 ຮ້ານ, ໃນນັ້ນ ມີຮ້ານອາຫານລາວ ແລະ ຮ້ານຂາຍ ຂອງທີ່ລະນຶກ ຈາກບັນດາສະຖານທູດໃນກຸ່ມປະເທດອາຊຽນປະຈຳ ສປປ ລາວ ລວມ 104 ຮ້ານ, ສ່ວນຮ້ານຂາຍເຄື່ອງຫັດຖະກໍາ-ກະສິກຳ ມີ 16 ຮ້ານ, ຊຶ່ງເປັນສິນຄ້າຈາກພາຍໃນປະເທດທັງໝົດມີ 120 ຮ້ານ.

ທ່ານກ່າວອີກວ່າ: ເພື່ອສືບຕໍ່ຊຸກຍູ້, ສົ່ງເສີມແມ່ຍິງຜູ້ຜະລິດ, ຜູ້ປູກຝັງ, ລ້ຽງສັດ ທີ່ປຸງແຕ່ງໃນຮ້ານ ອາຫານ, ໂຮງແຮມ, ຮ້ານຂາຍຍ່ອຍ ຈາກທ້ອງຖິ່ນຕ່າງໆ ແລະ ຈາກນະຄອນຫຼວງວຽງຈັນໄດ້ມາວາງ ສະແດງ ແລະ ຄ້າຂາຍແລກປ່ຽນກັນ, ປຸກລະດົມເຊີນຊວນຜູ້ປະກອບການແມ່ຍິງ ໃນການຜະລິດເປັນ ສິນຄ້າ ໃຫ້ສາມາດສ້າງເຄື່ອຂ່າຍການຄ້າຢ່າງກວ້າງຂວາງ ໃນຂອບເຂດທົ່ວປະເທດ, ສົ່ງເສີມນະໂຍບາຍ ລາວທ່ຽວລາວ ແລະ ເພື່ອສາມາດຕອບສະໜອງສິນຄ້າຢ່າງພຽງພໍ ໃຫ້ແກ່ຜູ້ມາທ່ຽວຊົມ-ຊິມ ໄດ້ຈັບຈ່າຍ ຊື້-ຂາຍຢ່າງສະດວກສະບາຍ, ທັງເປັນການໂຄສະນາເຜີຍແຜ່ການ ຫຼຸດພາວະໃຊ້ຖົງຢາງພາສຕິກ, ຫັນມານິຍົມຊົມໃຊ້ວັດຖຸເປັນມິດກັບສິ່ງແວດລ້ອມ ແລະ ບໍລິໂພກອາຫານພື້ນເມືອງລາວ ຈາກຜະລິດ ຕະພັນປອດສານພິດທີ່ດີຕໍ່ສຸຂະພາບ.

ກິດຈະກໍາໃນງານ ຍັງໄດ້ຈັດຕັ້ງໂຄສະນາ ປຸກລະດົມຜູ້ມາວາງ ຂາຍເຄື່ອງ ໃຫ້ນຸ່ງຖືແບບລາວບູຮານ (ວັດທະນະທໍາຍ້ອນຍຸກສະໄໝປູ່ຍ່າຕາຍາຍ), ຈັດໃຫ້ມີມູມຂາຍອາຫານລາວເດີມເພື່ອແຂກທີ່ມາທ່ຽວງານ, ສາມາດຖ່າຍຮູບໄວ້ເປັນທີ່ລະນຶກໄດ້, ຈັດໃຫ້ມີການສາທິດປຸງແຕ່ງອາຫານພື້ນ ເມືອງລາວຈາກຮ້ານອາຫານຊື່ດັງ ແລະ ມີການສຳມະນາຈາກ ຮ້ານອາຫານ, ສາທິດການສານກະຕ່າໄມ້, ພາຊະນະໃສ່ອາຫານ ແລະ ເຄື່ອງຂອງໄດ້ຈາກຮ້ານຫັດ ຖະກໍາຊາວບ້ານ, ຈັດໃຫ້ມີການປະກວດການຕົບແຕ່ງຮ້ານແບບລາວໆ, ມີລາງວັນໃຫ້ (ໃຊ້ອຸປະກອນ ແບບທຳມະຊາດ, ປອດສານເຄມີ) ແລະ ຈັດຕັ້ງກວດສຸຂະພາບໂດຍບໍ່ເສຍຄ່າ 25 ລາຍການ. ບັນດາແຂກເຂົ້າຮ່ວມຍັງໄດ້ເລາະທ່ຽວຊົມ-ຊິມອາຫານລາວຕາມຮ້ານຕ່າງໆພາຍໃນງານ.

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...