ຄະນະວິສະວະກຳສາດ ສະພາການຄ້າ ແລະ ອຸດສາຫະກຳຂອງເອີຣົບ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ຈະໄດ້ຮ່ວມກັນຈັດງານຕະຫຼາດນັດແຮງງານ ແລະ ການສຶກສາ ຄັ້ງທີ 4 ທີ່ຄະນະວິສະວະກຳສາດ ວິທະຍາເຂດໂສກປ່າຫຼວງ ຖະໜົນມິດຕະພາບ ລາວ-ໄທ ນະຄອນຫຼວງວຽງຈັນ ໃນວັນທີ 28 ພຶດສະພາ 2015 ໂດຍເລີ່ມ ແຕ່ເວລາ 9:00 ໂມງເຊົ້າ ຫາ 16:00 ໂມງ.
ງານຄັ້ງນີ້ຈະມີຫຼາຍກິດຈະກຳ ເປັນຕົ້ນແມ່ນການພົວພັນສົນທະນາກັບຜູ້ປະກອບການຮັບຟັງຄວາມຄິດ ເຫັນຈາກນັກສຶກສາຄະນະວິສະວະກຳສາດ ແລະ ໄດ້ປະກອບອາຊີບ ຮັບຟັງຄວາມຄິດເຫັນຈາກບໍລິສັດພາຍໃນ ແລະ ຕ່າງປະເທດ ແລະ ຊົມການສະແດງສິລະປະຈາກນັກສຶກສາ ແລະ ການຊີງໂຊກຫຼາຍລາຍການ ນອກຈາກນັ້ນ ຍັງໄດ້ມີຫຼາຍບໍລິສັດມາເປີດຮັບສະໝັກງານ ແລະ ສຳລັບການກະກຽມຂອງຜູ້ສະໝັກງານນັ້ນ ຄວນກະກຽມຊີວະປະຫວັດສ່ວນຕົວ ແລະ ໃບສະໝັກງານ ຂໍເຊີນຊວນບັນດານັກສຶກສາທຸກຄົນເຂົ້າຮ່ວມກິດຈະກຳທີ່ສຳຄັນ ແລະ ເປັນປະໂຫຍດຄັ້ງນີ້ ເພື່ອເປັນແນວທາງຕໍ່ອະນາຄົດຂອງຕົນເອງ ແລະ ບາງຄັ້ງອາດຈະໄດ້ເຝິກງານ ຫຼື ໄດ້ເຮັດວຽກນຳບໍລິສັດຈາກການຈັດງານຕະຫຼາດນັດໃນຄັ້ງນີ້ອີກດ້ວຍ.
ແຫລ່ງຂ່າວ: ວຽງຈັນໃໝ່