spot_img
Homeຂ່າວພາຍ​ໃນເຊັນສັນຍາສຳປະທານ ໂຄງການພັດທະນາ ແຫຼ່ງທ່ອງທ່ຽວຕາດເຕັກ ເມືອງທ່າພະບາດ

ເຊັນສັນຍາສຳປະທານ ໂຄງການພັດທະນາ ແຫຼ່ງທ່ອງທ່ຽວຕາດເຕັກ ເມືອງທ່າພະບາດ

Published on

ອີງຕາມແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ພິທີເຊັນສັນຍາ ສຳປະທານໂຄງການພັດທະນາແຫລ່ງທ່ອງທ່ຽວທຳມະຊາດຕາດເຕັກ ເຂດບ້ານເວີນທາດ ເມືອງທ່າພະບາດ ຈັດຂຶ້ນໃນວັນທີ 28 ກໍລະກົດ 2022 ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ບຸນຍອດ ລໍວັນໄຊ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ທ່ານ ອຸດົມ ພິມມະສອນ ຮອງອຳນວຍການ ບໍລິສັດ ສອນມະນີ ພັດທະນາການທ່ອງທ່ຽວ ຈຳກັດ ຜູ້ດຽວ ໂດຍມີພາກສ່ວນກ່ຽວຂ້ອງຮ່ວມເຊັນເປັນສັກຂີພິຍານ.
ໃນພິທີເຊັນສັນຍາໃນຄັ້ງນີ້, ມີ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ທ່ານ ກອນ ຫລວງພິທັກ ຮອງເຈົ້າເມືອງທ່າພະບາດ, ມີບັນດາພະແນກການທີ່ກ່ຽວຂ້ອງແຂວງ, ເມືອງ ແລະ ພະນັກງານວິຊາການ ເຂົ້າຮ່ວມ.
ສຳລັບບໍລິສັດ ສອນມະນີ ພັດທະນາການທ່ອງທ່ຽວຈຳກັດຜູ້ດຽວ ມີຄວາມຕ້ອງການພັດທະນາ ແຫ່ງທ່ອງທ່ຽວທຳມະຊາດຕາດເຕັກ ໃນເນື້ອທີ່ 150 ເຮັກຕາ ໃນໄລຍະສໍາປະທານ 15 ປີ ແລະ ບໍລິສັດກໍມີ ຄວາມພ້ອມຈະຈັດຕັ້ງປະຕິບັດໂຄງການໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໄດ້ດໍາເນີນໄປຢ່າງຖືກຕ້ອງຕາມລະບຽບ ກົດໝາຍ ແລະ ທ່ວງທັນຕາມກໍານົດເວລາ.
ແຫຼ່ງຂ່າວ:ຂປລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...