spot_img
Homeຂ່າວຕ່າງປະເທດເຈົ້າ​ໜ້າ​ທີ່​ອົດ​ສະ​ຕາ​ລີ ຈັບ​ແຂ້​ຍັກ​ຍາວ​ກ່​ວາ 4.3 ແມັດ ຫລັງ​ລາກ​ໝາ​ຊາວ​ບ້ານ​ໄປ​ກິນ​ຫລາຍ​ໂຕ!

ເຈົ້າ​ໜ້າ​ທີ່​ອົດ​ສະ​ຕາ​ລີ ຈັບ​ແຂ້​ຍັກ​ຍາວ​ກ່​ວາ 4.3 ແມັດ ຫລັງ​ລາກ​ໝາ​ຊາວ​ບ້ານ​ໄປ​ກິນ​ຫລາຍ​ໂຕ!

Published on

pic_28

ເຈົ້າ​ໜ້າ​ທີ່​ອຸ​ທິ​ຍານ​ ແລະ ສັດ​ປ່າອົດ​ສະ​ຕາ​ລີ ຈັບ​ແຂ້​ຍັກ​ຍາວ​ກ່​ວາ 4.3 ແມັດ​ໄດ້ ຫລັງ​ກິນ​ໝາ​ຂອງ​ຊາວ​ບ້ານ ແລະ ຈ້ອງ​ກຽມ​ຈະ​ກິນ​ຄົນ​ເປັນ​ອາ​ຫານ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 6 ພຶດ​ສະ​ພາ​ຜ່ານ​ມາ​ນີ້​ວ່າ ເຈົ້າ​ໜ້າ​ທີ່​ອຸ​ທິ​ຍານ ແລະ ສັດ​ປ່າ​ ໃນ​ລັດ​ເທີ​ຣິ​ທໍ​ຣີ​ເໜືອ ປະ​ເທດ​ອົດ​ສະ​ຕາ​ລີ ໄດ້​ຈັບ​ແຂ້​ຍັກ​ລຳ​ໂຕ​ຍາວ​ກ່​ວາ 4.3 ແມັດ ໜັກ 546 ກິ​ໂລ ຫລັງ​ຈາກ​ທີ່​ມັນ​ໄດ້​ລາກ​ໝາ​ຂອງ​ຊາວ​ບ້ານ​ ລົງ​ໄປ​ກິນ​ຢູ່​ໃນ​ນ້ຳ​ຫລາຍ​ໂຕ ລວມ​ເຖິງ​ມີ​ການ​ຄານ​ຕາມ​ຊາວ​ປະ​ມົງ ເພື່ອ​ຈະ​ກິນ​ເປັນ​ອາ​ຫານ​ອີກ​ດ້ວຍ ເຮັດ​ໃຫ້​ຜູ້​ທີ່​ອາ​ໄສ​ຢູ່​ໃນ​ເຂດ​ນັ້ນ ເກີດ​ຄວາມ​ຢ້ານ​ກົວ ແລະ ເປັນ​ຫ່ວງ​ເຖິງ​ຄວາມ​ປອດ​ໄພ​ ໂດຍ​ສະ​ເພາະ​ແມ່ນ​ເດັກ​ນ້ອຍ ຈິ່ງ​ໄດ້​ແຈ້ງ​ໃຫ້​ເຈົ້າ​ໜ້າ​ທີ່​ອຸ​ທິ​ຍານ ແລະ ສັດ​ປ່າ ເຂົ້າ​ໄປ​ຈັດ​ການ.

ເຈົ້າ​ໜ້າ​ທີ່​ໄດ້​ເຂົ້າ​ໄປ​ວາງ​ກັບ​ດັກ​ເຫຍື່ອ​ລໍ້ ໃນ​ມື້​ວັນ​ທີ 1 ພຶດ​ສະ​ພາ​ຜ່ານ​ມາ ແລະ ໃຊ້​ເວ​ລາ​ເຖິງ 3 ມື້ ກ່​ວາ​ທີ່​ແຂ້​ໂຕ​ດັ່ງ​ກ່າວ​ຈະ​ມາ​ຕິດ​ກັບ​ດັກ ເຮັດ​ໃຫ້​ສາ​ມາດ​ຈັບ​ແຂ້​ໂຕ​ນີ້​ໄດ້ ໃນ​ວັນ​ທີ 3 ພຶດ​ສະ​ພາ​ຜ່ານ​ມາ ໂດຍ​ໄດ້​ຮັບ​ການ​ຮ່ວມ​ມື​ຈາກ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ໃນ​ທ້ອງ​ຖິ່ນ.

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...