spot_img
Homeຂ່າວເຫດການເຈົ້າໜ້າທີ່ ຮຽກຮ້ອງໃຫ້ຜູ້ມາທ່ຽວງານບຸນຊ່ວງເຮືອ ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ

ເຈົ້າໜ້າທີ່ ຮຽກຮ້ອງໃຫ້ຜູ້ມາທ່ຽວງານບຸນຊ່ວງເຮືອ ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ

Published on

ໃນໂອກາດເຂົ້າຮ່ວມກອງປະຊຸມວາງກຳລັງປ້ອງກັນບຸນອອກພັນສາ ແລະ ບຸນຊ່ວງ ເຮືອປະ ຈຳປີ 2016, ທີ່ມີຂຶ້ນເມື່ອວັນທີ 7 ຕຸລາຜ່ານມານີ້, ທ່ານ ພັທ ຢຸດຕະພົງ ສຸວັນນະສິງ ຫົວໜ້າພະແນກຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ ໄດ້ຮຽກຮ້ອງໃຫ້ຜູ້ໃຊ້ລົດໃຊ້ຖະໜົນວ່າ: ໃນໄລຍະບຸນອອກພັນສາ ແລະ ບຸນຊ່ວງເຮືອປະຈຳປີນີ້, ອາດເຮັດໃຫ້ການໄປມາຕາມເສັ້ນທາງຕ່າງໆໃນນະຄອນຫລວງວຽງຈັນ ມີຄວາມ ແອອັດ, ສັບສົນໄປມາບໍ່ມີຄວາມສະດວກເທົ່າທີ່ຄວນ ຈຶ່ງຂໍຮຽກ ຮ້ອງໃຫ້ປະຊາຊົນ ກໍຄືຜູ້ໃຊ້ລົດໃຊ້ຖະໜົນ ໃຫ້ຕິດຕາມການສັນຈອນໃນຊ່ວງໄລຍະນີ້ກ່ອນຈະອອກເດີນທາງ ຖ້າຫາກເສັ້ນທາງໃດມີຄວາມສັບສົນ, ມີຄວາມແອອັດ ແມ່ນໃຫ້ຫລີກລ້ຽງໄປນຳໃຊ້ ເສັ້ນ ທາງອື່ນ ເພື່ອແກ້ໄຂບັນຫາຕິດຄັດ, ພ້ອມທັງປະຕິບັດກົດລະບຽບຈະລາຈອນ ແລະ ຄຳແນະນຳຂອງເຈົ້າໜ້າທີ່ແຕ່ລະຈຸດ ເພື່ອແກ້ໄຂບັນຫາການຈະລາຈອນຕິດຂັດຊ່ວຍກັນ. ສຳລັບເສັ້ນທາງຫລັກແມ່ນນຳໃຊ້ເຂົ້າໃນ ການເດີນທາງໄປຮ່ວມງານບຸນນັ້ນແມ່ນຈະໄດ້ນຳໃຊ້ ຖະໜົນຫລວງພະບາງ, ເສດຖາທິລາດ ແລະ ສາມແສນໄທ, ໂດຍໄດ້ກຳນົດເອົາເສັ້ນທາງແຕ່ໄຟແດງເຕ 2 ເຖິງ 4 ແຍກໄຟແດງທາດຂາວ ເພື່ອກຳນົດໃຫ້ເປັນຂອບເຂດຂອງງານບຸນດັ່ງກ່າວ, ສຳລັບພາ ຫະນະທີ່ບໍ່ມີຈຸດປະສົງມາຮ່ວມງານບຸນນັ້ນ, ໂດຍສະເພາະມາຈາກທິດເໜືອ ມີຈຸດປະສົງ ຈະໄປທິດໃຕ້ ແມ່ນໃຫ້ເວັ້ນໄປທາງໄຟແດງເຕ 2 ມຸ້ງໜ້າໄປຕາມເສັ້ນທາງອາຊຽນ ອອກໃສ່ໄຟແດງໂພນສະອາດ, ສຳລັບລົດບັນທຸກແມ່ນໃຫ້ນຳໃຊ້ເສັ້ນທາງໜອງບຶກລັດອອກ ໃສ່ດົງໂດກ, ສ່ວນຜູ້ທີ່ມາຈາກທິດໃຕ້ ຈະໄປທາງທິດເໜືອນັ້ນ ແມ່ນໃຫ້ລ້ຽວໄປທາງດົງ ໂດກ ລັດອອກໃສ່ໜອງບຶກ, ຜູ້ທີ່ມາຈາກຂອບເຂດເມືອງຫາດຊາຍຟອງ ມີຈຸດປະສົງ ໄປທິດເໜືອນັ້ນແມ່ນໃຫ້ລ້ຽວໄປຖະໜົນມິດຕະພາບລາວ-ໄທ ລັດໃສ່ເສັ້ນທາງຄູວຽງລັດ ອອກໄປໃສ່ຂົວຮ່ອງແຊງ ແລະ ມຸ້ງໜ້າໄປໄຟແດງດົງໂດກ ລັດໃສ່ໜອງບຶກຕັດອອກໃສ່ ຖະໜົນ 13 ເໜືອ, ສຳລັບລົດບັນທຸກແມ່ນໃຫ້ລ້ຽວໄປຕາມເສັ້ນທາງໜອງໄຮລັດໃສ່ຂົວ ຮ່ອງແຊງແລ່ນຊື່ໄປໄຟແດງດົງໂດກ.

ພ້ອມທັງຮຽກຮ້ອງໃຫ້ຜູ້ໃຊ້ລົດທຸກຄົນ ຈົ່ງມີສະຕິໃນ ການຂັບຂີ່, ພາຍຫລັງດື່ມສິ່ງມືນເມົາແລ້ວ ບໍ່ຄວນຂັບຂີ່ຍານພາຫະນະຢ່າງເດັດຂາດ, ທັງນີ້ ກໍເພື່ອຮັບປະກັນໃຫ້ນະຄອນຫລວງວຽງຈັນມີຄວາມເປັນລະບຽບຮຽບຮ້ອຍ, ຊຸກຍູ້ປຸກລະດົມປວງຊົນທຸກພາກສ່ວນທຸກຂະແໜງການ, ທຸກເພດໄວຕັ້ງໜ້າເຂົ້າຮ່ວມວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ໂດຍສະເພາະແມ່ນງານບຸນປະເພນີອອກພັນສາ ປະວໍລະນາ, ຊ່ວງເຮືອທີ່ທ່າວັດຈັນໃຫ້ມີຄວາມເບີກບານມ່ວນຊື່ນ, ເຮັດໃຫ້ແຂກພາຍໃນ ແລະ ຕ່າງປະເທດຈັບອົກຈັບໃຈລັ່ງໄລເຂົ້າມາທ່ອງທ່ຽວນະຄອນຫລວງ ວຽງຈັນໃຫ້ຫລາຍຂຶ້ນເລື້ອຍໆ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...