spot_img
Homeຂ່າວທ້ອງຖິ່ນເຈົ້າໜ້າທີ່ ປກຊ-ປກສ ສະກັດຈັບລົດຕ໊ອກໆບັນທຸກໂຄເຄນກຽມສົ່ງຂ້າມຊາຍແດນ

ເຈົ້າໜ້າທີ່ ປກຊ-ປກສ ສະກັດຈັບລົດຕ໊ອກໆບັນທຸກໂຄເຄນກຽມສົ່ງຂ້າມຊາຍແດນ

Published on

ໃນວັນທີ 25 ມີນາ 2022ຜ່ານມາ ໄດ້ມີກຸ່ມຄົນຈຳນວນໜຶ່ງ ໃຊ້ລົດຕ໊ອກໆ ຈຳນວນ 3 ຄັນ ບັນທຸກຢາເສບຕິດຫວັງສົ່ງຂ້າມຊາຍແດນ ແຕ່ເຈົ້າໜ້າທີ່ ປກຊ ແລະ ປກສ ປະຈຳດ່ານ ຕມ ດົງກະລໍ ສະກັດຈັບໄດ້.

ຕາມບົດລາຍງານຂອງເຈົ້າໜ້າທີ່ ປກສ ແຂວງຈຳປາສັກໃຫ້ຮູ້ວ່າ:

ໃນເວລາ 2:00 ( ກາງຄືນ ) ຂອງວັນທີ 25 ມີນາ 2022, ເຈົ້າໜ້າທີ່ຕຳຫຼວດ ຕມ ສົມທົບກັບເຈົ້າໜ້າທີ່ທະຫານ ຄໍ 526 ປະຈຳຢູ່ດ່ານດົງກະລໍ ເມືອງໂຂງ ໄດ້ພາກັນອອກລາດຕະເວນຕາມຂອບເຂດຊາຍແດນລາວ-ກຳປູເຈຍ ໄດ້ພົບເຫັນຄົນຂັບລົດຕ໊ອກໆຈຳນວນ 3 ຄັນ ຂີ່ມາຕາມເສັ້ນທາງແລວໄຟຟ້າແຮງສູງ ຢູ່ທາງຫຼັງດ່ານຊາຍແດນດົງກະລໍ ກຳລັງຈະມຸ່ງໜ້າໄປປະເທດກຳປູເຈຍ, ເຈົ້າໜ້າທີ່ ໄດ້ບອກໃຫ້ພວກກ່ຽວຢຸດລົດ ແລ້ວພວກກ່ຽວໄດ້ອາໃສຄວາມມືດຫຼົບໜີເຂົ້າປ່າ.

ຫຼັງຈາກນັ້ນ ເຈົ້າໜ້າທີ່ໄດ້ເຂົ້າກວດຄົ້ນລົດຕ໊ອກໆທັງ 3 ຄັນ ພົບເຫັນຢາເສບຕິດ ປະເພດໂຄເຄນ ຈຳນວນ 32 ກະສອບ ມີ 640 ຖົງ ນໍ້າໜັກ 640 ກິໂລກຼາມ.ເຈົ້າໜ້າທີ່ ຈຶ່ງໄດ້ຢືດລົດ ແລະ ຢາເສບຕິເສບຈຳນວນດັ່ງກ່າວໄວ້ເປັນຂອງກາງ, ສ່ວນຜູ້ຖືກຫາເຈົ້າໜ້າທີ່ກຳລັງເລັ່ງສືບສວນ-ສອບສວນ ເພື່ອນຳຈັບຕົວມາດຳເນີນຄະດີ.

ແຫຼ່ງຂ່າວ:ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...