spot_img
Homeຂ່າວຕ່າງປະເທດເຈົ້າໜ້າທີ່ໄທ ຈັບກຸມລົດຂົນນໍ້າມັນເປົ່າ ຢັດຢາບ້າ 4 ລ້ານເມັດຂ້າມດ່ານໜອງຄາຍ.

ເຈົ້າໜ້າທີ່ໄທ ຈັບກຸມລົດຂົນນໍ້າມັນເປົ່າ ຢັດຢາບ້າ 4 ລ້ານເມັດຂ້າມດ່ານໜອງຄາຍ.

Published on

ຕອນບ່າຍ ວັນທີ 23/11/2022 ຜ່ານມາ ດ່ານພາສີໜອງຄາຍ ຮ່ວມ​ກັບ​ຫຼາຍ​ອົງການ ຈັບໄດ້ຂອງກາງຢາບ້າເກືອບ 4 ລ້ານເມັດ, ມີຢາໄອສ 10 ກິໂລກຣາມ ແລະ ຢາອີ 5.000 ເມັດ ລວມມູນຄ່າ 100 ລ້ານກວ່າບາດ ທີ່ຊຸກເຊື່ອງໄວ້ໃນລົດບັນທຸກນ້ຳມັນເປົ່າທີ່ກັບມາແຕ່ສົ່ງນ້ຳມັນຢູ່ ສປປ ລາວ.

ຕາມການສືບສວນຂອງເຈົ້າໜ້າທີ່ດ່ານສາກົນໜອງຄາຍລະບຸວ່າ: ຄົນຂັບລົດ ສາລະພາບວ່າໄດ້ຮັບຄ່າຈ້າງ 5 ໝື່ນບາດ ຈາກຍິງສາວລາວທີ່ມີຊື່ສຽງໂດ່ງດັງ.

ພາຍຫຼັງເອົານໍ້າມັນອອກແລ້ວ, ຜູ້ກ່ຽວໄດ້ນັດກັນໄປຮັບເອົາຢາບ້າຢູ່ຂ້າງທາງ, ບໍລິເວນເສັ້ນທາງ 450 ປີ, ຈາກນັ້ນ ຕອນເຊົ້າມື້ນີ້ ໄດ້ເດີນທາງກັບຄືນປະເທດໄທ. ແລະ​ຖືກ​ເຈົ້າ​ໜ້າ​ທີ່​ກວດ​ສອບ​ແລະ​ຈັບ​ຕົວຄາດວ່າເຮັດແບບນີ້ຫຼາຍຄັ້ງ ເຈົ້າໜ້າທີ່ກຳລັງເລັ່ງຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມກົດໝາຍ.

ທີ່ມາ:ข่าวออนไลน์หนองคาย

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...