spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ເລັ່ງນຳຈັບຜູ້ຕຳແມ່ລູກ ເສຍຊີວິດແລ້ວໜີ

ເຈົ້າໜ້າທີ່ເລັ່ງນຳຈັບຜູ້ຕຳແມ່ລູກ ເສຍຊີວິດແລ້ວໜີ

Published on

 ໃນວັນທີ 5 ຕຸລາ 2016 ຜ່ານມານີ້, ໄດ້ເກີດອຸບັດເຫດລົດກະຕໍາຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່ແລ້ວໜີຢູ່ເສັ້ນທາງເລກ 9 ເຂດບ້ານອຸດົມໄຊ ເມືອງ ພະລານໄຊ ແຂວງສະຫັວນະເຂດ ປະຈຸບັນເຈົ້າໜ້າທີ່ຕໍາຫຼວດພວມເລັ່ງຕິດຕາມຕົວເພື່ອຮັບຜິດຊອບຕໍ່ຜົນເສຍຫາຍທີ່ ເກີດຂຶ້ນ ແລະດໍາເນີນຄະດີ.

    ທ່ານ ພັຕ ນີວັນ ຈູມມະນີວົງ ຫົວໜ້າພະແນກຕໍາຫຼວດຈະລາລາຈອນ ປກສ ແຂວງສະຫວັນນະເຂດໃຫ້ຮູ້ວ່າ: ໃນເວລາປະມານ 5:00 ໂມງ ໄດ້ມີລົດກະບະຍ່ີ ຫໍ້ kia ຕໍາລົດຈັກຂອງນາງ ຈັນ ອາ ຍຸ 24 ປີ ແລະມີນາງ ແມ໋ກ ອາຍຸ 30 ປີເປັນຜູ້ຊ້ອນທ້າຍ, ໂດຍທັງສອງເປັນປະ ຊາຊົນຢູ່ບ້ານແກ້ງຫຼວງ, ເມືອງພະລານ ໄຊ, ເຮັດໃຫ້ຜູ້ຂັບຂີ່ລົດຈັກທັງສອງຄົນ ເສຍຊີວິດຄາທີ່, ຈາກນັ້ນຜູ້ກໍ່ເຫດແມ່ນ ໄດ້ເອົາຕົວຫຼົບໜີ.

ຜ່ານການລົງຊັນນະສູດສະຖານທີ່ ເກີດເຫດຂອງເຈົ້າໜ້າທີ່ໄດ້ພົບເຫັນປ້າຍລົດຄັນກໍ່ເຫດໝາຍເລກທະບຽນ  ກກ  8659  ສະຫວັນນະເຂດ ຕົກເຮ່ຍຢູ່ ສະຖານທີ່ເກີດເຫດ, ຜ່ານການປະສານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈຶ່ງຮູ້ ໄດ້ວ່າ: ລົດຄັນດັ່ງກ່າວນີ້ອອກຊື່ທ້າວ ວົງ ອາຍຸ 36 ປີ, ບ້ານສະພັງແກ້ວ, ເມືອງອາດສະພັງທອງ, ແຂວງສະຫວັນນະ ເຂດເປັນຜູ້ຂັບຂີ່.

ຕໍ່ມາເຈົ້າໜ້າທີ່ກໍໄດ້ມີການຕິດຕາມ ເພື່ອຈັບກຸມຕົວຈົນສາມາດພົບເຫັນລົດຄັນກໍ່ເຫດຈອດຢູ່ໜ້າເຮືອນຂອງຜູ້ກ່ຽວແຕ່ຜູ້ກໍ່ເຫດແມ່ນໄດ້ເອົາຕົວຫຼົບໜີ, ປະ  ຈຸບັນເຈົ້າໜ້າທີ່ກໍາລັງຕິດຕາມບຸກຄົນດັ່ງກ່າວເພື່ອມາດໍາເນີນຄະດີຕໍ່ໄປ.

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...