spot_img
Homeມຸມຂ່າວ AECເຈົ້າໜ້າທີ່ອາວຸໂສອາຊຽນ ກະກຽມແກ່ກອງປະຊຸມສຸດຍອດ ຄັ້ງທີ 28 ແລະ 29

ເຈົ້າໜ້າທີ່ອາວຸໂສອາຊຽນ ກະກຽມແກ່ກອງປະຊຸມສຸດຍອດ ຄັ້ງທີ 28 ແລະ 29

Published on

ຂປລ. ໃນຕອນເຊົ້າຂອງວັນທີ 5 ກັນຍາ 2016, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ, ໄດ້ເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໂດຍມີຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຈາກປະເທດສະມາຊິກອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ ຮັບຜິດຊອບເສົາຄ້ຳ ການເມືອງ-ຄວາມໝັ້ໜຄົງ ພ້ອມດ້ວຍຄະນະຜູ້ແທນເຂົ້າຮ່ວມ. ກອງປະຊຸມໄດ້ສຸມໃສ່ ການກະກຽມໃຫ້ແກ່ກອງປະຊຸມສຸດຍອດຕ່າງໆ ແລະ ກິດຈະກຳອື່ນໆກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນໄລຍະວັນທີ 6 ຫາ 8 ກັນຍາ 2016 ນີ້ ທີ່ນະຄອນຫລວງວຽງຈັນ ມີດັ່ງນີ້:

ການກະກຽມໃຫ້ແກ່ການລົງນາມ ຮັບເອົາຊີເລ, ເອຢິບ ແລະ ມາຣົກ ເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້; ກອງປະຊຸມສະພາປະຊາຄົມ ການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 14; ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 18; ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29; ການພົບປະລະຫວ່າງຜູ້ນໍາອາຊຽນ ກັບ ຜູ້ຕາງໜ້າສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ, ຊາວໜຸ່ມອາຊຽນ ແລະ ສະພາທີ່ປຶກສາທຸລະກິດອາຊຽນ; ກອງປະຊຸມສຸດຍອດອາຊຽນ-ອົດສະຕາລີ ທຸກໆ 2 ປີ ຄັ້ງທີ 1; ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 19 ເພື່ອສະເຫລີມສະຫລອງສາຍພົວພັນອາຊຽນ-ຈີນ ຄົບຮອບ 25 ປີ; ກອງປະຊຸມສຸດຍອດອາຊຽນ-ສະຫະລັດອາເມລິກາ ຄັ້ງທີ 4; ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 18; ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີ ຄັ້ງທີ 18; ກອງປະຊຸມສຸດຍອດອາຊຽນ-ອົງການ ສປຊ ຄັ້ງທີ 8; ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 14; ກອງປະຊຸມສຸດຍອດອາຊຽນ ບວກສາມ ຄັ້ງທີ 19 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 11.

ອັນສຳຄັນ, ບັນດາເຈົ້າໜ້າທີ່ອາວຸໂສ ໄດ້ຜ່ານແຜນການເຄື່ອນໄຫວ, ຫົວຂໍ້ການປຶກສາຫາລື ແລະ ບັນດາເອກະສານທີ່ຈະເປັນຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...