spot_img
Homeຂ່າວຕ່າງປະເທດເຈົ້າໜ້າທີ່ລະດັບສູງ WHO ເຜີຍວັກແຊັງຕ້ານອີໂບລາ ອາດພ້ອມນຳໃຊ້ພາຍໃນປີໜ້າ

ເຈົ້າໜ້າທີ່ລະດັບສູງ WHO ເຜີຍວັກແຊັງຕ້ານອີໂບລາ ອາດພ້ອມນຳໃຊ້ພາຍໃນປີໜ້າ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນມື້ນີ້ (12 ສິງຫາ) ວ່າ ເຈົ້າໜ້າທີ່ລະດັບສູງຂອງອົງການອານາໄມໂລກ (WHO)

ໄດ້ເປີດເຜີຍໃນວັນຈັນທີ 11 ສິງຫາ 2014 ຜ່ານມາ ໂດຍໄດ້ລະບຸວ່າ ວັກແຊັງສຳລັບຮັບມືກັບເຊື້ອໄວຣັສມໍລະນະ

” ອີໂບລາ ” ອາດພ້ອມນຳມາໃຊ້ກັບສາທາລະນະຊົນໄດ້ ພາຍໃນປີ 2015.

 

ທ່ານ ມາຣີ ເພົາເລ ຄີນີ ຜູ້ຊ່ວຍຜູ້ອຳນວຍການໃຫຍ່ອົງການອານາໄມໂລກ ອອກມາຍອມຮັບໃນວັນຈັນ 11 ສິງຫາ

2014 ວ່າ ມີຄວາມເປັນໄປໄດ້ ທີ່ອາດຈະມີການທົດລອງວັກແຊັງຕ້ານອີໂບລາຢູ່ໃນຄລີນິກໃນໄວໆນີ້ ເຊິ່ງນັ້ນໝາຍ

ຄວາມວ່າ ວັກແຊັງທີ່ເປັນຄວາມຫວັງຂອງຄົນໃນທົ່ວໂລກ ອາດພ້ອມອອກມານຳໃຊ້ໃນຕົວຈິງຕໍ່ສາທາລະນະຊົນ

ທົ່ວໂລກພາຍໃນປີ 2015 ນີ້.

 

ດ້ານຜູ້ອຳນວຍການຝ່າຍວັກແຊັງ ແລະ ພຸມຄຸ້ມກັນຂອງ WHO ກໍໄດ້ອອກມາເຜີດເຜີຍຜ່ານສະຖານີວິທະຍຸຂອງ

ຝຣັ່ງ ໂດຍລະບຸວ່າ ທຸກຝ່າຍທີ່ກ່ຽວຂ້ອງ ກຳລັງເລັ່ງດຳເນີນງານພາຍໃຕ້ເງື່ອນໄຂແຫ່ງຄວາມຮີບດ່ວນ ເພື່ອວິໄຈ

ແລະ ພັດທະນາວັກແຊັງສຳລັບຮັບມືກັບເຊື້ອໄວຣັສອີໂບລາ ແລະ ເຊື່ອວ່າ ວັກແຊັງໂຕນີ້ຈະພ້ອມກັບການໃຊ້ງານ

ໄດ້ແທ້ຈິງພາຍໃນປີໜ້າ.

 

ຄວາມເຄື່ອນໄຫວດັ່ງກ່າວຂອງອົງການອານາໄມໂລກ ເກີດຂຶ້ນໃນຂະນະທີ່ຍອດຜູ້ເສຍຊີວິດ ຈາກການຕິດເຊື້ອໄວ

ຣັສອີໂບລາ ເຊິ່ງຍັງບໍ່ທັນມີຫົນທາງໃນການຮັກສາ ໄດ້ເພີ່ມຈຳນວນຂຶ້ນເປັນຫລາຍກ່ວາ 960 ຄົນແລ້ວ ໃນພູມີ

ພາກອາຟຣິກາຕາເວັນຕົກ ຈາກຈຳນວນຜູ້ຕິດເຊື້ອທີ່ມີເກືອບ 1,800 ກ່ວາຄົນ.

 

Ebola in Liberia

 

 

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...