spot_img
Homeຂ່າວທ້ອງຖິ່ນເຈົ້າໜ້າທີ່ຕຳຫຼວດລົງກວດກາຮ້ານສະນຸກເກີທີ່ບໍ່ປະຕິບັດມາດຕະການຄວບຄຸມໂຄວິດ-19

ເຈົ້າໜ້າທີ່ຕຳຫຼວດລົງກວດກາຮ້ານສະນຸກເກີທີ່ບໍ່ປະຕິບັດມາດຕະການຄວບຄຸມໂຄວິດ-19

Published on

ກອງພັນປ້ອງກັນເຄື່ອນທີ່ ນວ ຕັ້ງໜ້າຮັບຄຳສະເໜີຈາກສັງຄົມແກ້ໄຂຮ້ານສະນຸກເກີທີ່ບໍ່ປະຕິບັດມາດຕະການຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ພາຍໃນເວລາ 1 ຊົ່ວໂມງ.

ປກສ ນະຄອນຫຼວງ ລາຍງານວ່າ ໃນວັນທີ 21 ເມສາ 2021 ເວລາ 17:00 ເຈົ້າໜ້າທີ່ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າມີຮ້ານສະນຸກເກີໄດ້ເປີດບໍລິການຢູ່ເຂດບ້ານໂນນສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ດັ້ງນັ້ນເຈົ້າໜ້າທີ່ກອງພັນປ້ອງກັນເຄື່ອນທີ່ ຈຶ່ງໄດ້ອອກກວດກາ ຮອດເວລາເວລາ 17:50 ສາມາດກວດພົບເຫັນຮ້ານດັ່ງກ່າວ ຈຶ່ງເຂົ້າຄວບຄຸມພົບເຫັນຜູ້ມາໃຊ້ບໍລິການ ຈຳນວນ 10 ຄົນ, ພະນັກງານເຝົ້າຮ້ານ 2 ຄົນ, ຈາກນັ້ນໄດ້ມອບໃຫ້ ປກສ ກຸ່ມ, ອໍານາດການປົກຄອງບ້ານສືບຕໍ່ເກັບກໍາຂໍ້ມູນ ສຶກສາອົບຮົມ ແລະ ເຮັດບົດບັນທຶກກ່າວເຕືອນ ແລະ ມອບໃຫ້ເຈົ້າຂອງຮ້ານຖ້າມີເຫດການກໍລະນີຕິດເຊື້ອພະຍາດໂຄວິດ-19 ຕ້ອງຮັບຜິດຊອບທາງແພ່ງ ແລະ ທາງອາຍາຕໍ່ຜົນເສຍຫາຍທີ່ເກີດຂຶ້ນ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງເຈົ້າຂອງກິດຈະການ, ຫົວໜ່ວຍທຸລະກິດຕ່າງໆ ໃຫ້ປະຕິບັດຕາມສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ ລົງວັນທີ 21 ເມສາ 2021 ຢ່າງເຂັ້ມງວດ, ຖ້າເຈົ້າໜ້າທີ່ຊອກຮູ້ກວດພົບ ທີ່ຍັງສືບຕໍ່ລະເມີດຈະໄດ້ນຳໃຊ້ມາດຕະການທາງກົດໝາຍຢ່າງບໍ່ມີຂໍ້ຍົກເວັ້ນ ທັງນີ້ກໍ່ເພື່ອເປັນການຄວບຄຸມ, ສະກັດກັ້ນ ການແຜ່ລະບາດຂອງພະຍາດ COVID-19 ທີ່ຈະສືບຕໍ່ແພ່ລະບາດ, ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ທຸກຊັ້ນຄົນ ຊ່ວຍເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ພົບເຫັນສະຖານທີ່ໃດທີ່ຍັງລະເມີດຄຳສັ່ງ, ແຈ້ງການຕ່າງໆໃຫ້ແຈ້ງທາງເບີວອດແອັບ 020​28899774 ແລະ ແຈ້ງຜ່ານທາງຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...