spot_img
Homeຂ່າວຕ່າງປະເທດເຈົ້າໜ້າທີ່ກູ້ໄພເລັ່ງຊ່ວຍຄົນງານ 40 ຄົນທີ່ຕິດຢູ່ໃນອຸໂມງພັງຖະຫລົ່ມລົງມາ

ເຈົ້າໜ້າທີ່ກູ້ໄພເລັ່ງຊ່ວຍຄົນງານ 40 ຄົນທີ່ຕິດຢູ່ໃນອຸໂມງພັງຖະຫລົ່ມລົງມາ

Published on

ອຸໂມງກໍ່ສ້າງໃນອິນເດຍພັງຖະຫລົ່ມເຮັດໃຫ້ຄົນງານ 40 ຄົນຕິດຢູ່ໃນຖືກຊາກຫັກພັງ ທາງໜ່ວຍກູ້ໄພ ເລັ່ງເຮັດທຸກວິຖີທາງ ຊ່ວຍເຫຼືອຄົນງານທີ່ຕິດຢູ່ໃນອຸໂມງ.

ສຳນັກຂ່າວສານຕ່າງປະເທດ ລາຍງານໃນວັນທີ 13 ພະຈິກ 2023 ຜ່ານມາ, ເກີດເຫດອຸໂມງທີ່ກຳລັງກໍ່ສ້າງ ຢູ່ທາງຕອນເໜືອຂອງປະເທດ ອິນເດຍ ເຮັດໃຫ້ຄົນງານປະມານ 40 ຄົນ ທີ່ຢູ່ໃນຊ່ວງພັດປ່ຍນກະເຮັດວຽກ ຖືກຝັ່ງຢູ່ໃຕ້ຊາກຫັກພັງ.

ທາງດ້ານກູ້ໄພເປີດເຜີຍວ່າ: ກຳລັງເລັ່ງເຮັດທຸກວີທີທາງເພື່ອຊ່ວຍເຫຼືອຄົນງານທີ່ຕິດຢູ່ໃນອຸໂມງກໍ່ສ້າງ ແລະ ມີລາຍງານວ່າຄົນງານທັງໝົດປອດໄພ ແລະ ມີການສົ່ງຖົງອົກຊີແຊນສຳຮອງ ຜ່ານທາງຊາກທີ່ຫັກພັງລົງມາໄປໃຫ້ຄົນງານດ້ານໃນແລ້ວ ເຊິ່ງທາງເຈົ້າໜ້າທີ່ຍັງບໍສາມາດກຳນົດໄດ້ວ່າຕ້ອງໃຊ້ເວລາດົນປານໃດໃນການເຄື່ອນຍ້າຍເສດຫິນ ແລະ ເຫຼັກແທ່ງ ຈຳນວນຫຼາຍ.

ສຳລັບອຸໂມງດັ່ງກ່າວ: ມີຄວາມຍາວ 4.5 ກິໂລແມັດ ແລະ ມີຄວາມເລິກ 200 ແມັດ ເຊິ່ງໜຶ່ງໃນໂຄງການປັບປຸງຫົນທາງທີ່ນາຍົກລັດຖະມົນຕີ ອິນເດຍ ກຳລັງເລັ່ງພັດທະນາ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...