spot_img
Homeຂ່າວພາຍ​ໃນເຈົ້າແຂວງຫຼວງພະບາງແຈ້ງການຍົກເລີກບາງກິດຈະກຳໃນງານປີໃໝ່ລາວ ຫຼຸດຜ່ອນຄວາມສ່ຽງ COVID-19

ເຈົ້າແຂວງຫຼວງພະບາງແຈ້ງການຍົກເລີກບາງກິດຈະກຳໃນງານປີໃໝ່ລາວ ຫຼຸດຜ່ອນຄວາມສ່ຽງ COVID-19

Published on

ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງໄດ້ອອກຈົດໝາຍລາຍງານຂໍທິດຊີ້ນຳກັບທ່ານນາຍົກລັດຖະມົນຕີ ເພື່ອຂໍໂຈະບາງກິດຈະກຳ ໃນການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2563 ເພື່ອເປັນການປ້ອງກັນ ຄວບຄຸມ ແລະ ຫຼຸດຜ່ອນຄວາມສ່ຽງຕໍ່ການຕິດເຊື້ອພະຍາດ COVID-19 ເຊັ່ນ: ການຈັດງານປະກວດນາງສັງຂານ ໃນວັນທີ 10 – 11 ເມສາ, ຕະຫຼາດນັດມວນຊົນ ຕາມເສັ້ນທາງກາງເມືອງ ໃນວັນທີ 13 ເມສາ, ການລົງຕົບພະທາດຊາຍ ທີ່ດອນຊາຍມຸງຄູນ ໃນວັນທີ 13 ເມສາ, ການແຫ່ວໍ່ທີ່ມີຂະບວນມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ ໃນວັນທີ່ 14 -15 ເມສາ

ສ່ວນກິດຈະກຳທີ່ກ່ຽວພັນເຖິງຮີດຄອງປະເພນີຕັ້ງແຕ່ດຶກດຳບັນເຊັ່ນ ພີທີອັນເຊີນພະບາງລົງສົງແລະການແຫ່ວໍ່ (ສົງນໍ້າຄູບາ ພະສົງໃນແຕ່ລະວັດ) ເຊິ່ງບໍ່ມີມວນຊົນຫຼືແຂກເຂົ້າຮ່ວມຫຼາຍ ແມ່ນຈະໄດ້ສືບຕໍ່ປະຕິບັດຄືເກົ່າ.

ຮຽບຮຽງໂດຍ ວະນິດາ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...