spot_img
Homeຂ່າວຕ່າງປະເທດເຈົ້າຟ້າຊາຍຂອງໄທ ຊົງຂໍເວລາທຳໃຈ ກ່ອນຂຶ້ນຄອງລາດ

ເຈົ້າຟ້າຊາຍຂອງໄທ ຊົງຂໍເວລາທຳໃຈ ກ່ອນຂຶ້ນຄອງລາດ

Published on

v904
ພາຍຫຼັງທີ່ ພະເຈົ້າພູມິພົນ ອະດຸນຍະເດດ ກະສັດແຫ່ງລາຊະອານາຈັກໄທ ສະຫວັນນະຄົດແລ້ວ, ນາຍົກລັດຖະມົນຕີແຫ່ງ ລາຊະອານາຈັກໄທ ໄດ້ກ່າວໃນແຈ້ງການຂອງຕົນຜ່ານສື່ທຸກຂະແໜງການເຖິງເລື່ອງການສືບທອດການຄອງລາຊະສົມບັດຂອງລາຊະທາຍາດວ່າ: ໄດ້ມີພະບໍລົມມະລາຊະໂອງການຕັ້ງລັດຊະທາຍາດໄວ້ແລ້ວເມື່ອວັນທີ 28 ທັນວາ 1972.

ໃນຄ່ຳຄືນຂອງວັນດຽວກັນນີ້ ທ່ານ ປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ໄດ້ຖະແຫຼງວ່າ: ໃນຕອນຄ່ຳຕົນໄດ້ເຂົ້າເຝົ້າສົມເດັດພະບໍລົມມະໂອລະສາທິລາດຯ (ເຈົ້າຟ້າຊາຍ) ໄດ້ຊົງຮັບສັ່ງໄວ້ວ່າ ທ່ານຊົງຮັບພະລາຊະທານເປັນອົງລັດຊະທາຍາດຢູ່ແລ້ວໃນປັດຈຸບັນ ແຕ່ທ່ານຊົງຂໍເວລາທຳໃຈ ແລະສະແດງຄວາມເສຍໃຈ ຮ່ວມກັບປະຊາຊົນທັ້ງປະເທດໄປກ່ອນໃນໄລຍະເວລານີ້ ແລະທ່ານຂໍເວລາສຳລັບຂະບວນການຂອງກົດໝາຍໃນການອັງເຊີນຂຶ້ນສືບລາຊະສົມບັດນັ້ນໃຫ້ລໍຖ້າເວລາທີ່ເໝາະສົມ ໂດຍຫຼັງຈາກທີ່ພະອົງຊົງທຳພະໄທສະແດງຄວາມເສຍໃຈກັບປະຊາຊົນແລະຊົງນຶກເຖິງພະລາຊະບິດາ.

ທັງນີ້ເມື່ອຮ່ວມສະແດງຄວາມເສຍໃຈແລະລະນຶກເຖິງບຸນຄຸນຂອງພະມະຫາກະສັດ ລັດຊະການທີ 9 ຮ່ວມກັບປະຊາຊົນຜ່ານພົ້ນໄປແລ້ວ ເມື່ອເຖິງເວລາອັນເໝາະສົມໂດຍຊົງຢືນຢັນວ່າ ຊົງຮັບຮູ້ໜ້າທີ່ອົງລັດຊະທາຍາດໃນສ່ວນຂອງພະລາຊະພາລະກິດຕ່າງໆ ຈະຊົງປະຕິບັດຕໍ່ໄປໃນຖານະສົມເດັດພະບໍລົມມະໂອລະສາທິລາດຯ ຫວັງວ່າທຸກຄົນຄົງເຂົ້າໃຈແລະບໍ່ເຮັດໃຫ້ທຸກຢ່າງວຸ່ນວາຍ.

ພະບໍລົມມະລາຊະໂອງການຕັ້ງເຈົ້າຟ້າວະຊິລາລົງກອນເປັນລັດຊະທາຍາດ ໃນວັນທີ 28 ທັນວາ 1972:
14705646_1108791739174104_8674338674071891885_n
14720580_1108791832507428_639696858917763004_n
14695312_1108791902507421_4223872580599558605_n

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...