spot_img
Homeຂ່າວຕ່າງປະເທດເຈົ້າຊາຍຊາອຸ ຜູ້ທີ່ລວຍອັນດັບທີ 34 ຂອງໂລກ ບໍລິຈາກຊັບສິນ 3.2 ຕື້ໂດລາ ເພື່ອການກຸສົນ!

ເຈົ້າຊາຍຊາອຸ ຜູ້ທີ່ລວຍອັນດັບທີ 34 ຂອງໂລກ ບໍລິຈາກຊັບສິນ 3.2 ຕື້ໂດລາ ເພື່ອການກຸສົນ!

Published on

EyWwB5WU57MYnKOuXxtuCOZksj5texMvBiM8AOMUHCkiZc2SfGBp2v

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ກໍລະກົດນີ້ວ່າ ເຈົ້າຊາຍອັນວາລີດ ບິນ ທາລານ ແຫ່ງຊາອຸດິອາຣະເບຍ ຜູ້ເຊິ່ງຕິດອັນດັບທີ 34 ໃນຈຳນວນ 100 ຄົນ ມະຫາເສດຖີຜູ້ທີ່ຮັ່ງມີທີ່ສຸດໃນໂລກ ໄດ້ວາງແຜນຈະບໍລິຈາກຊັບສິນສ່ວນຕົວ ມູນຄ່າລວມປະມານ 3.2 ຕື້ໂດລາ ເພື່ອການກຸສົນ ເພື່ອເປັນການເຮັດບຸນ ໂດຍທ່ານເອງມີຄວາມຫວັງວ່າ ການບໍລິຈາກຊັບສິນຈຳນວນດັ່ງກ່າວນີ້ ຈະຖືກນຳໄປໃຊ້ເຊ່ວຍໃນການສົ່ງເສີມຄວາມເຂົ້າໃຈ ກ່ຽວກັບວັດທະນະທຳທີ່ແຕກຕ່າງກັນ, ການພັດທະນາຊຸມຊົນ, ສົ່ງເສີມບົດບາດເພດຍິງ, ສ້າງໂອກາດໃຫ້ແກ່ຊາວໜຸ່ມ ແລະ ຊ່ວຍບັນເທົາທຸກຈາກໄພພິບັດ ໂດຍທ່ານເອງມີຄວາມເຊື່ອວ່າ ການບໍລິຈາກນີ້ແມ່ນເປັນໜຶ່ງໃນເນື້ອແທ້ຂອງຄວາມເຊື່ອທາງສາສະໜາອິດສະລາມ.

 

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...