spot_img
Homeນານາສາລະເຄື່ອງດື່ມ ທີ່ຊ່ວຍຫຼຸດອາການປວດປະຈຳເດືອນ

ເຄື່ອງດື່ມ ທີ່ຊ່ວຍຫຼຸດອາການປວດປະຈຳເດືອນ

Published on

  1. ນໍ້າອຸ່ນ: ໃນໄລຍະເປັນປະຈຳເດືອນ ສາວໆຈະສູນເສຍເລືອດ ການກິນນໍ້າອຸ່ນຫຼາຍໆ ຈະຊ່ວຍໃຫ້ເລືອດໄຫຼວຽນໄດ້ດີ ພ້ອມທັງຊ່ວຍໃຫ້ອາການປວດປະຈຳເດືອນເຊົາໄດ້
  2. ນໍ້າຂີງ: ຂີງເປັນສະໜຸນໄພຊະນິດໜຶ່ງທີ່ມີລົດຊາດເຜັດ ຊ່ວຍກະຕຸ້ນໃຫ້ເລືອດໄຫຼວຽນໄດ້ດີ ແລະການກິນນໍ້າຂີງອຸ່ນໆ ຈະຊ່ວຍບັນເທົາອາການຫົດຂອງກ້າມເນື້ອໄດ້, ນອກຈາກນີ້ ຍັງຊ່ວຍຫຼຸດອາການທ້ອງອືດ ໃນຊ່ວງເປັນປະຈຳເດືອນ ແລະຍັງສາມາດຫຼຸດອາການປວດຮາກໄດ້ອີກ
  3. ນໍ້າເຜິ້ງ ປະສົມນໍ້າອຸ່ນ ໝາກນາວ: ນໍ້າເຜິ້ງ ສາມາດຊ່ວຍບຳລຸງເລືອດໄດ້ ແລະຍັງຕ້ານການອັກເສບ, ຊ່ວຍບັນເທົາອາການທ້ອງອືດໄດ້, ນໍ້າໝາກນາວ ມີວິຕາມິນຊີສູງ ແລະສາມາດຕ້ານສານອະນຸມູນອິດສະລະ ເຊິ່ງມີສ່ວນຊ່ວຍບັນເທົາອາການປວດປະຈຳເດືອນຂອງສາວໆໄດ້, ສຳລັບນໍ້າອຸ່ນ ແມ່ນເຮັດໃຫ້ການໄຫຼວຽນຂອງເລືອດໄດ້ດີ ເມື່ອເຮົາກິນນໍ້າເຜິ້ງ ປະສົມກັບນໍ້າອຸ່ນໝາກນາວ ຈະຊ່ວຍການປວດປະຈຳເດືອນໄດ້ດີ
  4. ນໍ້າໝາກນັດ: ການກິນນໍ້າໝາກນັດຄັ້ນສົດ ສາມາດຊ່ວຍບັນເທົາອາການປວດປະຈຳເດືອນໄດ້ ເພາະໝາກນັດ ມີສັບພະຄຸນຊ່ວຍຜ່ອນຄາຍກ້າມເນື້ອໃນຮ່າງກາຍ ແລະສາມາດຊ່ວຍຫຼຸດປວດປະຈຳເດືອນໄດ້ດີ
  5. ຊາຂຽວ: ຊາຂຽວອຸດົມດ້ວຍ ສານຕ້ານອະນຸມູນອິດສະລະ ແລະຊ່ວຍຫຼຸດອາການປວດປະຈຳເດືອນໄດ້ດີ ແຕ່ກໍຄວນກິນຊາຂຽວອຸ່ນໆ ທີ່ບໍ່ປະສົມນໍ້າຕານ ແຕ່ຫາກໃສ່ນໍ້າເຜິ້ງແທນ
  6. ນົມອຸ່ນໆ: ນົມມີແຄວຊຽມສູງ ແລະຍັງມີແມັກນີຊຽມ ທີ່ຊ່ວຍຫຼຸດອາການປວດປະຈຳເດືອນ ແລະການກິນນົມອຸ່ນໆ ຍັງຊ່ວຍໃຫ້ກ້າມເນື້ອເກີດການຜ່ອນຄາຍ

ນອກຈາກນີ້ແລ້ວ ສາວໆທີ່ມີອາການປວດປະຈຳເດືອນຄວນຫຼີກລຽງເຄື່ອງດື່ມ ທີ່ມີສານຄາເຟອິນ, ນໍ້າອັດລົມ ແລະສານທີ່ມີແອວກໍຮໍ ທີ່ກະຕຸ້ນໃຫ້ເຮົາປວດປະຈຳເດືອນ, ພຽງເທົ່ານີ້ ການເປັນປະຈຳເດືອນກໍຈະບໍ່ປວດອີກຕໍ່ໄປ ແລະເຮັດໃຫ້ສຸຂະພາບດີຂຶ້ນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...