spot_img
Homeຂ່າວພາຍ​ໃນເຄີຍເຂົ້າ-ອອກເຮືອນ ສວຍໂອກາດລັກຊັບ

ເຄີຍເຂົ້າ-ອອກເຮືອນ ສວຍໂອກາດລັກຊັບ

Published on

 07.02.2013.01

ການໄວ້ເນື້ອເຊື່ອໃຈຄົນ ອາດເປັນສາເຫດໜຶ່ງທີ່ພາໃຫ້ຕົນເສຍຊັບສິນທີ່ມີຄ່າ ເພາະການຮູ້ໜ້າ ແຕ່ບໍ່ຮູ້ໃຈ ເຊັ່ນດຽວກັບ
ຊາຍໜຸ່ມກຳມະກອນຄົນນີ້ ເບິ່ງພາຍນອກອາດເປັນຄົນໜ້າສົງສານ ແຕ່ພາຍໃນໃຈບໍ່ຄິດໄດ້ວ່າຈະເລືອກເສັ້ນທາງທີ່ມີອຸ
ປະສັກຂວາງກັ້ນອະນາຄົດ ໂດຍການກໍ່ເຫດລັກເຄື່ອງຂອງຜູ້ມີບຸນຄຸນໄປຂາຍເພື່ອຊື້ຢາບ້າມາເສບ ຊາຍໜຸ່ມຄົນນີ້ມີຊື່ວ່າ:
ທ້າວ ວິໄລສັກ ອາຍຸ 36 ປີ ອາຊີບກຳມະກອນ ບ້ານສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ກອງສືບ
ສວນ-ສອບສວນ ຄະດີອາຍາ ປກສ ເມືອງໄຊທານີ ກັກຕົວມາດຳເນີນຄະດີໃນຂໍ້ຫາລັກຊັບພົນລະເມືອງ ໃນວັນທີ 25 ທັນ
ວາ 2012.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ ຜູ້ຕ້ອງຫາເຄີຍຮັບຈ້າງເຮັດວຽກຢູ່ເຮືອນຂອງນາງ ທ່ຽງ (ຜູ້ເສຍຫາຍ)
ທີ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈຶ່ງຮູ້ການເຄື່ອນໄຫວເຂົ້າ-ອອກຂອງເຈົ້າຂອງເຮືອນເປັນຢ່າງດີ ຫຼັງ
ຈາກເຮັດວຽກໄປໄດ້ໄລຍະໜຶ່ງ ເຈົ້າຂອງເຮືອນເກີດໄວ້ເນື້ອເຊື່ອໃຈ ຜູ້ກ່ຽວຈຶ່ງເກີດມີແນວຄິດລັກເຄື່ອງຢູ່ເຮືອນຫຼັງດັ່ງກ່າວ
ໄປຂາຍ ເພື່ອຊື້ຢາບ້າມາເສບ.
ຜ່ານການຕິດຕາມພຶດຕິກຳຂອງເຈົ້າຂອງເຮືອນໃຫ້ຮູ້ວ່າ: ມາຮອດວັນທີ 21 ທັນວາ 2012 ເວລາ 1:00 ໂມງເຊົ້າ ຜູ້ກ່ຽວໄດ້
ເຂົ້າໄປລັກເອົາໝໍ້ໄຟລົດໃຫຍ່ 2 ໜ່ວຍ ແລະ ຄືນວັນຕໍ່ມາລັກໂນດບຸກ ຕູ້ຈອດໄຟຟ້າ ຈັກຕັດຜ້າ ແລະ ປຶ້ມທະນາຄານ 2
ຫົວ.
ເມື່ອລັກໄປແລ້ວ ກໍເອົາໄປຂາຍຢູ່ຮ້ານເຫຼັກເສດ ໄດ້ເງິນທັງໝົດ 1.130.000 ກີບ ມາຮອດວັນທີ 25 ທັນວາ 2012 ເຈົ້າໜ້າ
ທີ່ກໍຕິດຕາມຈັບກຸມ ພ້ອມຂອງກາງ.
ຜ່ານມາຜູ້ຕ້ອງຫາລາຍນີ້ເຄີຍຕ້ອງໂທດມາແລ້ວ 2 ຄັ້ງ ໃນຂໍ້ຫາລັກຊັບພົນລະເມືອງ ແລະ ເສບຢາເສບຕິດ ເຄີຍເຂົ້າສູນ
ບຳບັດມາແລ້ວ ແຕ່ຍ້ອນຜູ້ກ່ຽວບໍ່ມີຄວາມເຂັດຫຼາບ ຄິດຢາກຫາເງິນແບບບໍ່ສຸດຈະລິດ ຊອກລັກ ງັດແງະ ເພື່ອຫວັງເອົາເງິນ
ໄປຈ່າຍຊື້ຢາບ້າມາເສບ.
ສະເພາະຄະດີດັ່ງກ່າວນີ້ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ພວມປະກອບສຳນວນຄະດີສົ່ງໃຫ້ໄອຍະການສັ່ງຟ້ອງສານຕັດ
ສິນຕາມກົດໝາຍ.
ຄະດີນີ້ ກໍເປັນຄະຕິເຕືອນໃຈໃຫ້ນາຍຈ້າງທຸກໆຄົນ ບໍ່ຄວນໄວ້ໃຈຄົນງ່າຍເກີນໄປ ເພາະອາດຈະເຮັດໃຫ້ເສຍຊັບສິນທີ່ມີຄ່າ
ດັ່ງຄະດີລາຍນີ້ ດັ່ງຄຳສຸພາສິດບູຮານລາວເຄີຍກ່າວວ່າ: “ຢ່າເຊື່ອໃຈທາງ ຢ່າວາງໃຈຄົນ ມັນຊິຈົນໃຈໂຕ” ຄືແນວນີ້ລະ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...