spot_img
Homeນານາສາລະເຄັດລັບເຮັດວຽກແນວໃດໃຫ້ມີຄວາມສຸກ ໃນການເຮັດວຽກ ທີ່ເຫັນຜົນແທ້!

ເຄັດລັບເຮັດວຽກແນວໃດໃຫ້ມີຄວາມສຸກ ໃນການເຮັດວຽກ ທີ່ເຫັນຜົນແທ້!

Published on

ໃຜໆກໍບອກວ່າ ຖ້າໄດ້ເຮັດວຽກທີ່ເຮົາມັກ ເຮົາຈະມີຄວາມສຸກກັບການເຮັດວຽກ ແຕ່ຄົນສ່ວນໃຫຍ່ກໍຍັງຄົງມັກມີຄວາມເບື່ອໃນການເຮັດວຽກຢູ່ດີດ້ວຍປັດໃຈສິ່ງແວດລ້ອມອີກຫຼາຍໆຢ່າງທີ່ບໍສາມາດຫຼີກລ້ຽງໄດ້ ຈະໄປປ່ຽນແປງຫຍັງຜູ້ອື່ນກໍບໍ່ໄດ້ ນອກຈາກປ່ຽນແປງຕົວເຮົາເອງ. ດັ່ງນັ້ນ, ເຮົາມາຫາວິທີເຮັດວຽກຢ່າງມີຄວາມສຸກກັນດີກວ່າ

  1. ບັນຫາສ່ວນຕົວຖິ້ມປະໄວ້ຢູ່ເຮືອນ

ເມື່ອເຮົາມີເລື່ອງໃຫ້ຄິດກ່ຽວກັບຄອບຄົວ ຫຼື ເລື່ອງສ່ວນຕົວອື່ນໆ ເຮົາຈະບໍ່ມີຄວາມສຸກ ແລະ ບໍ່ມີສະມາທິໃນການເຮັດວຽກໄດ້. ເພາະສະນັ້ນ, ການຖິ້ມເລື່ອງສ່ວນຕົວໄວ້ເຮືອນແລ້ວມາມີຄວາມສຸກກັບວຽກທີ່ຢູ່ຕໍ່ໜ້າ ໃຫ້ຄືກັນກັບເຮົາຖິ້ມປະເລື່ອງວຽກໄວ້ຫ້ອງການ ແລະ ມີຄວາມສຸກກັບຄອບຄົວໃນວັນພັກ ແລ້ວທ່ານຈະມີຄວາມສຸກກັບທຸກໆມື້ຂອງການເຮັດວຽກຂອງຕົນເອງ.

  1. ສ້າງພື້ນທີ່ຜ່ອນຄາຍສ່ວນຕົວ

ເຮົາໃຊ້ເວລາຢູ່ຫ້ອງການ ແລະ ເຮັດວຽກຢ່າງໜ້ອຍ 8 ຊົ່ວໂມງຕໍ່ວັນ ເຊິ່ງຫຼາຍກວ່າເວລານອນ ແຕ່ກໍບໍ່ແມ່ນວ່າ ໃນຂະນະທີ່ເຮົາເຮັດວຽກນັ້ນ ເຮົາຈະເຕັມໄປດ້ວຍຄວາມຕຶງຄຽດເທົ່ານັ້ນ ເຮົາສາມາດສ້າງບັນຍາຜ່ອນຄາຍດ້ວຍຕົວເອງງ່າຍໆເຊັ່ນ: ຕົບແຕ່ງພື້ນທີ່ສ່ວນຕົວໃນບ່ອນເຮັດວຽກຂອງເຮົາ ( ອາດຈະຈັດໂຕະເຮັດວຽກໃຫ້ຮູ້ສຶກສະບາຍ ແລະ ຜ່ອນຄາຍທີ່ສຸດເທົ່າທີ່ຈະເຮັດໄດ້ ແລະ ບໍ່ຂັດຕໍ່ກົດລະບຽບຂອງບໍລິສັດ ພຽງເທົ່ານີ້ກໍຊ່ວຍໃຫ້ເຮົາຜ່ອນຄາຍໃນການເຮັດວຽກໄດ້ແລ້ວ.

 

  1. ໝູ່ເພື່ອນຄືສິ່ງທີ່ຂາດບໍ່ໄດ້

ໝູ່ເພື່ອນໃນບ່ອນເຮັດວຽກ ທີ່ມີ  Lifestyle ຫຼື ທີ່ມາທີ່ຄ້າຍຄືກັນກັບເຮົາ  ຊ່ວຍແບ່ງເບົາຄວາມຄຽດໄດ້ບໍ່ຫຼາຍກໍໜ້ອຍ ໃນຍາມທີ່ເຮົາຢາກລະບາຍໃຫ້ໃຜຄົນໜຶ່ງຟັງ ເຖິງແມ່ນວ່າບາງບັນຫາ ໝູ່ອາດຈະບໍ່ໄດ້ຊ່ວຍຫຍັງເລີຍ ແຕ່ຢ່າງໜ້ອຍເຮົາກໍມີຄົນທີ່ເຂົ້າໃຈ ຄອຍຮັບຟັງເລື່ອງລາວແລະ ເປັນກໍາລັງໃຈໃຫ້ເຮົາສະເໝີ

  1. ກິນດີ ສຸຂະພາບດີ

ກິນອາຫານທີ່ມີປະໂຫຍດ ດື່ມນໍ້າສະອາດໃນປະລິມານທີ່ພຽງພໍ ໃຫ້ພະລັງງານແກ່ຮ່າງກາຍ ເພີ່ມຄວາມສົດຊື່ນ ແລະ ເພີ່ມພະລັງຄວາມຄິດໃນການເຮັດວຽກ ເມື່ອສຸຂະພາບດີກໍບໍ່ມີອຸປະສັກໃນການເຮັດວຽກ ເກີດຄວາມຄິດດີໆໃນການເຮັດວຽກຜົນງານກໍຈະອອກມາດີຕາມໆກັນ.

  1. ຈັດລະບຽບການເຮັດວຽກ

ຄວນຈັດສັນເວລາໃນການເຮັດວຽກ ຈັດລະບຽບຕົວເອງໃຫ້ດີ ຢ່າໃຫ້ເກີດມີພາວະ ວຽກລົ້ນມື ເຮັດວຽກບໍ່ທັນ ກໍ່ໃຫ້ເກີດຄວາມຄຽດ ແລະ ສຸດທ້າຍຜົນງານອອກມາບໍ່ດີ. ຖ້າເຮົາສາມາດຄວບຄຸມມັນໄດ້ ເຮົາຈະບໍ່ຮູ້ສຶກເບື່ອວຽກ ທັງຍັງມີຄວາມໝັ້ນໃຈ ແລະ ມີແຮງຈູງໃຈໃນການເຮັດວຽກຫຼາຍຂຶ້້ນ.

  1. ເຄື່ອນໄຫວ ຍ່າງໄປຍ່າງມາ

ການນັ່ງເຮັດວຽກໃນຫ້ອງການຂອງຄົນສ່ວນໃຫຍ່ແມ່ນ ການນັ່ງຢູ່ໜ້າຈໍຄອມພິວເຕີໝົດມື້ ຮ່າງກາຍຈຶ່ງຕ້ອງການການເຄື່ອນໄຫວກ້າມເນື້ອ ບໍ່ດັ່ງນັ້ນກໍຈະເກີດມີອາການມຶນ, ຊາ, ປວດເມື່ອຍ, ເຈັບຂາ, ເຈັບຫຼັງ, ເຈັບບ່າຕ່າງໆ. ສະນັ້ນ, ຄວນປ່ຽນວິທີເພືື່ອໃຫ້ເລືອດລົມເດີນທາງສະດວກ ສົ່ງເລືອດຂຶ້ນໄປລ້ຽງສ່ວນຕ່າງໆຂອງຮ່າງກາຍໄດ້ຢ່າງທົ່ວເຖິງ ໂດຍສະເພາະກໍແມ່ນ ສະໝອງ.

  1. ຢ່າພະຍາຍາມປ່ຽນເພື່ອນຮ່ວມງານໃໝ່

ຈົ່ງຈື່ໄວ້ວ່າ ເຮົາບໍ່ສາມາດປ່ຽນຄົນອື່ນໄດ້ ແຕ່ເຮົາສາມາດປ່ຽນວິທີການຕອບສະໜອງທີ່ເຮົາມີຕໍ່ພວກເຂົາໄດ້ ຢ່າໃຫ້ການກະທໍາຂອງຄົນອື່ນມີຜົນຕໍ່ຕົວເຮົາ ຍັງມີທາງອອກອື່ນໃນການແກ້ໄຂປັນຫາ ການຫຼີກລ້ຽງທີ່ຈະປະເຊີນກັບສະຖານະການທີ່ຈະເຮັດໃຫ້ເຮົາຮູ້ສຶກບໍ່ສະບາຍໃຈ ຈະຊ່ວຍໃຫ້ຈິດໃຈຂອງເຮົາແຈ່ມໃສຂຶ້ນ.

  1. ການໃຫ້ລາງວັນຕົວເອງ

ການໃຫ້ລາງວັນຕົວເອງເປັນຄວາມສຸກທີ່ສ້າງໄດ້ງ່າຍຫຼາຍ ເວລາທີ່ເຮົາຕັ້ງເປົ້າໄວ້ວ່າຈະຕ້ອງເຮັດຫຍັງບາງຢ່າງໃຫ້ສໍາເລັດ ແລະ ເມື່ອເຮົາເຮັດໄດ້ແບບນັ້ນແທ້ ກໍຄວນໃຫ້ລາງວັນຕົວເອງນໍາ ອາດຈະໄປເບິ່ງໜັງ, ຊ໋ອບປິ້ງ, ກິນເຂົ້າກັບໝູ່, ເຂົ້າສະປາ ຫຼື ອັນໃດກໍໄດ້ທີ່ເຮົາມັກ ເພື່ອເພີ່ມຄວາມສຸກໃຫ້ຊີວິດສົ່ງຜົນຕໍ່ອາລົມທີ່ດີໃນການເຮັດວຽກ.

  1. ເບິ່ງໂລກໃນແງ່ບວກ

ຄວາມຈິງແລ້ວຄວາມສຸກ ຫຼື ຄວາມທຸກລ້ວນແຕ່ຢູ່ທີ່ມຸມມອງຂອງເຮົາເອງ ຫາກເຮົາເບິ່ງສິ່ງຕ່າງໆເປັນແງ່ບວກ ຊີວິດກໍຈະມີຄວາມສຸກ ແລະ ມ່ວນກັບວຽກໄດ້ບໍ່ຍາກ, ບອກກັບຕົວເອງວ່າ ມື້ນີ້ຂ້ອຍຈະຕັ້ງໃຈເຮັດວຽກທີ່ຂ້ອຍຮັກ ຍ່ອມສ້າງກໍາລັງໃຈໄດ້ດີກວ່າການເວົ້າວ່າ: ແຕ່ລະມື້ເຮັດແຕ່ວຽກເກົ່າໆ ໜ້າເບື່ອ ເຊິ່ງມັນຈະເຮັດໃຫ້ເຮົາຫຍິ່ງເບື່ອວຽກຂອງເຮົາຫຼາຍກວ່າເກົ່າອີກ.   

  1. ກ່າວຄໍາທັກທາຍໃນຕອນເຊົ້າ

ຈະດີຊໍ່າໃດຖ້າເຮົາເລີ່ມຕົ້ນມື້ໃຫມ່ໃນການເຮັດວຽກດ້ວຍການກ່າວທັກທາຍທຸກຄົນໃນບ່ອນເຮັດວຽກດ້ວຍຮອຍຍິ້ມ ແລ້ວໄດ້ຮັບຄໍາທັກທາຍພ້ອມຮອຍຍິ້ມກັບຄືນມາ. ເຫັນບໍ່ວ່າ ຄວາມສຸກເກີດຂຶ້ນໄດ້ຈາກສິ່ງເລັກໆນ້ອຍໆພຽງເທົ່ານີ້.

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...