spot_img
Homeຄວາມງາມເຄັດລັບຜິວນຸ້ມ

ເຄັດລັບຜິວນຸ້ມ

Published on

<ignore_js_op>

ເຄັດລັບຜິວນຸ້ມ

ຖ້າຫາກວ່າເຈົ້າມີເວລາໜ້ອຍ ແຕ່ຕ້ອງການຜິວນຸ້ມແບບດ່ວນໆດັ່ງນັ້ນມື້ນີ້ທາງເວັບໄຊເດັກລາວຈຶ່ງໄດ້ມີເຄັດລັບຜິວນຸ້ມມາບອກຕໍ່ໆກັນໄປດັ່ງນີ້

ເລີ່ມດ້ວຍການໃຊ້ນ້ຳມັນນວດຜິວຮ່າງກາຍກ່ອນທີ່ຈະໄປອາບນ້ຳ ໂດຍເລືອກນ້ຳມັນທີ່ໄດ້ມາຈາກສານສະກັດຈາກພືດເດີ້ (ນ້ຳມັນພືດຫັ້ນແຫຼະ) ແລະເມື່ອອາບນ້ຳຮຽບຮ້ອຍແລ້ວໃຫ້ເຂົ້າສູ່ຂັ້ນຕອນການຂັດຜິວ ເພື່ອໃຫ້ຜິວສະອາດໝົດຈົດແລະນຽນໃສຍິ່ງຂື້ນ

ສຳເລັດຮຽບຮ້ອຍແລ້ວແມ່ນໃຫ້ເຊັດຕົວໃຫ້ແຫ້ງ ທາຄຣີມບຳລຸງຜິວທີ່ເໝາະສົມກັບຜິວພັນແລະລະດູການ ເຊັ່ນ ເລືອກໃຊ້ຄຣີມປະເພດເຈວ ຖ້າເຈົ້າມີຜິວມັນ ຫຼື ມື້ນັ້ນເປັນມື້ທີ່ອາກາດຮ້ອນຫຼາຍ ແມ່ນໃຫ້ເລືອກໃຊ້ໂຊໂລຊັ່ນຫຼືນ້ຳມັນບຳລຸງຜິວ ເໝາະກັບສະພາບຜິວ ໃຊ້ງ່າຍ ຊິບຊັບໄວ ບໍ່ໜຽວ

ໃຊ້ຄຣີມບຳລຸງຜິວ ຖ້າເຈົ້າມີຜິວແຫ້ງ ຫຼືຈະເລືອກທາສະເພາະບໍລິເວນທີ່ມີຜິວແຫ້ງກໍໄດ້ ເຮັດແບບນີ້ເປັນແະຈຳ 3 ມື້ຕິດໆກັນ ຜິວຈະນຸ້ມທັນໃຈຢ່າງແນ່ນອນ

ໃຜທີ່ຜິວບໍ່ນຸ້ມແມ່ນໃຫ້ໂພສຄວາມເຫັນລົງດ້ານລຸ່ມໄດ້ເລີຍ  ພ້ອມຮັບຄຳຕິຊົມ

ທີ່ມາhttp://www.deklao.com

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...