spot_img
Homeນານາສາລະເຂົ້າໃຈຜິດ! ແທ້ຈິງແລ້ວການພິມ GG ບໍ່ໄດ້ຊ່ວຍເປີດການມອງເຫັນໃນເຟສບຸ໊ກ

ເຂົ້າໃຈຜິດ! ແທ້ຈິງແລ້ວການພິມ GG ບໍ່ໄດ້ຊ່ວຍເປີດການມອງເຫັນໃນເຟສບຸ໊ກ

Published on

ຕອນນີ້ຫຼາຍຄົນກຳລັງເຂົ້າໃຈຜິດ ເພາະຄິດວ່າການພິມ GG ແລ້ວກາຍເປັນຂໍ້ຄວາມສີບົວ ສະແດງວ່າບໍ່ຖືກເຟສບຸ໊ກ ປິດກັ້ນ ແຕ່ຄວາມຈິງແລ້ວມັນເປັນພຽງໜຶ່ງໃນ Text Delight ເທົ່ານັ້ນ.

Facebook Text Delight ຈະມີຫຼາຍຮູບແບບຕາມຄວາມໝາຍຂອງຂໍ້ຄວາມ ແລະ ມີການປ່ຽນແປງເລື້ອຍໆຕາມຊ່ວງເວລາ  ມີການເພີ່ມເຕີມ ແລະ ລົບໄປແລ້ວໃນບາງຂໍ້ຄວາມ ເຊິ່ງຫຼັກໆທີ່ຍັງໃຊ້ກັນຢູ່ໃນລາວມີດັ່ງນີ້: XoXo, xoxoxo, xo, GG, GGXOXO, ຍິນດີດ້ວຍ, Congrats, Congratulations.

Facebook Text Delight Animations ເປັນພຽງຟີເຈີ Facebook ທີ່ຈະເຮັດໃຫ້ໂພສ ຫຼື ຄອມເມັ້ນທີ່ມີຄຳສຳຄັນທີ່ Facebook ກຳນົດໄວ້ ເຊິ່ງຈະເປັນຂໍ້ຄວາມອວຍພອນ ຫຼື ສະແດງຄວາມຍິນດີ ເມື່ອການເຜີຍແຜ່ໂພສ ຫຼື ຄອມເມັ້ນດັ່ງກ່າວ ມີພາບເຄື່ອນໄຫວສະແດງຂຶ້ນເທິງໜ້າຈໍ ແລະ ຂໍ້ຄວາມກາຍເປັນໂຕໜາ ແລະ ມີສີຕ່າງຈາກສີປົກກະຕິ ແລະ ເມື່ອກົດຄລິກທີ່ຂໍ້ຄວາມກໍ່ຈະມີພາບເຄື່ອນໄຫວຂຶ້ນທຸກຄັ້ງທີ່ກົດຂໍ້ຄວາມ.

ຮຽບຮຽງຂ່າວ: ພຸດສະດີ

 

 

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...