spot_img
Homeຂ່າວຕ່າງປະເທດເຂົ້າມອບໂຕແລ້ວ ຜູ້ກໍາກັບໂຈ້ ທີ່ກໍເຫດເຮັດໃຫ້ຜູ້ຕ້ອງຫາເສຍຊີວິດ

ເຂົ້າມອບໂຕແລ້ວ ຜູ້ກໍາກັບໂຈ້ ທີ່ກໍເຫດເຮັດໃຫ້ຜູ້ຕ້ອງຫາເສຍຊີວິດ

Published on

ເວັບໄຊ້ Khaosod ໄດ້ລາຍງານວ່າ ໃນວັນທີ 26 ສິງຫາ 2021 ທາງຕໍາຫຼວດໄດ້ປະກາດຖະແຫຼງຂ່າວການຈັບກຸມຜູ້ກໍາກັບໂຈ້ ທີ່ພາຍຫຼັງກໍ່ເຫດເຮັດໃຫ້ຜູ້ຕ້ອງຫາຄະດີຢາເສບຕິດເສຍຊີວິດ ເຊິ່ງໃນການຖະແຫຼງຂ່າວໃນຄັ້ງນີ້ ອະດີດຜູ້ກໍາກັບໂຈ້ ໄດ້ກ່າວຍອມຮັບຜິດ ພ້ອມກັບຂໍໂທດພໍ່ແມ່ປະຊາຊົນ ລວມໄປເຖິງຜູ້ບັນຊາການ ທີ່ເຮັດໃຫ້ອົງກອນຕໍາຫຼວດເສຍຊື່ສຽງ ແລະ ຄວາມຜິດໃນຄັ້ງນີ້ຂໍຍອມຮັບຜິດພຽງແຕ່ຄົນດຽວ ບໍ່ກ່ຽວກັບລູກນ້ອງ.

ນອກຈາກນັ້ນ, ຜູ້ກໍາກັບໂຈ້ຍັງໄດ້ກ່າວອີກວ່າ ຕົນເອງບໍ່ໄດ້ມີເຈດຕະນາທີ່ຈະເອົາຖົງດໍາມາຄຸມຫົວຜູ້ຕ້ອງຫາຈົນເສາຍຊີວິດ ພຽງແຕ່ຕ້ອງການຢາກຮູ້ຂໍ້ມູນເຄືອຂ່າຍລາຍໃຫຍ່ຂອງຄະດີຢາເສບຕິດເພີ່ມເຕີມ ແລະ ນີ້ເປັນຄັ້ງທໍາອິດທີ່ໃຊ້ວິທີດັ່ງກ່າວ ເນື່ອງຈາກບໍ່ຢາກໃຫ້ຜູ້ຕ້ອງຫາເຫັນໜ້າຂອງຕົນເອງ.

ຜູ້ກໍາກັບໂຈ້ຍອມຮັບວ່າຮູ້ສຶກຕົກໃຈຫຼາຍທີ່ເຫັນຜູ້ຕ້ອງຫາເສຍຊີວິດ ເນື່ອງຈາກຕອນເກີດເຫດຄິດວ່າຜູ້ຕ້ອງຫາພຽງແຕ່ເປັນລົມໄປເທົ່ານັ້ນ ແລະ ຍັງບອກວ່າຜູ້ຕ້ອງຫາມີການໃຊ້ຢາເສບຕິດໃນປະລິມານຫຼາຍໃນແຕ່ລະມື້ອາດເຮັດໃຫ້ເປັນສາເຫດຂອງການເສຍຊີວິດກໍເປັນໄດ້
ໃນຂະນະນີ້ຜູ້ກໍາກັບໂຈ້ໄດ້ຕິດຕໍ່ເຂົ້າມາຂໍມອບໂຕທີ່ແຂວງຊົນບູລີ ເພື່ອດໍາເນີນຄະດີຕາມຂັ້ນຕອນຕາມກົດໝາຍຕໍ່ໄປ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...