spot_img
Homeຂ່າວການພັດທະນາເຂື່ອນໄຟຟ້າດອນສະໂຮງ ຄືບໜ້າ 31% ຄາດສໍາເລັດພາຍໃນປີ 2019

ເຂື່ອນໄຟຟ້າດອນສະໂຮງ ຄືບໜ້າ 31% ຄາດສໍາເລັດພາຍໃນປີ 2019

Published on

ຂປລ. ອາທິດຜ່ານມານີ້, ທ່ານ ໂມ ໄອນິ ອາຕານ ( Mohd Aini Atan) ເອກອັກຄະລັດຖະທູດມາເລເຊຍປະຈໍາລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມໂຄງການກໍ່ສ້າງ​ເຂື່ອນໄຟຟ້າດອນ​ສະ​ໂຮງ ຢູ່ແຂວງຈໍາປາສັກ ຂະນະທີ່ການຈັດຕັ້ງປະຕິບັດວຽກງານຂອງໂຄງການດັ່ງກ່າວຄືບໜ້າ 31% ແລະ ຄາດວ່າຈະສໍາເລັດພາຍໃນປີ 2019 ນີ້.

ລະຫວ່າງຢ້ຽມຢາມຄັ້ງນີ້, ທ່ານ ຊິມ ຊີ ເຊັງ ຜູ້ຄວບຄຸມຝ່າຍວຽກງານກໍ່ສ້າງໄດ້ແຈ້ງໃຫ້ຊາບວ່າ: ໂຄງການກໍ່ສ້າງ​ເຂື່ອນໄຟຟ້າດອນ​ສະ​ໂຮງຕັ້ງ ຢູ່ເມືອງໂຂງ ແຂວງຈຳປາສັກ ມາ​ຮອດ​ປັດຈຸບັນ ການກໍ່ສ້າງໂດຍລວມສຳເລັດ 31 % ພາຍຫລັງດຳເນີນການກໍ່ສ້າງ ມາແຕ່ເດືອນຕຸລາ 2015 ຄາດວ່າຈະໃຫ້ສຳເລັດ 100% ໃນ ທ້າຍປີ 2019 ປັດຈຸບັນ ພວມດຳເນີນສ້າງບ່ອນໂຮງຜະລິດໄຟຟ້າ ​ແລະ ອື່ນໆ.

ໂອກາດດັ່ງກ່າວນີ້ ທ່ານເອກອັກຄະລັດຖະທູດມາເລເຊຍ ກໍໄດ້ກ່າວສະແດງຄວາມຊົມເຊີຍ ແລະ ດີໃຈທີ່ເຫັນວ່າກໍ່ສ້າງໂຄງການຕົວຈິງ ມີຄວາມຄືບໜ້າຫລາຍ ແລະ ເຊື່ອວ່າໂຄງການນີ້ພາຍໃຕ້ການລົງທຶນຂອງນັກທຸລະກິດມາເລເຊຍ ຈະປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ແຜນພັດທະນາເສດຖະກິດ-ສັງຄົມ ແລະ ຈະຊ່ວຍເຮັດໃຫ້ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາພາຍໃນປີ 2020. ພ້ອມນີ້ ທ່ານ ໂມ ໄອນິ ອາຕານ ກໍໄດ້ແນະນໍາໃຫ້ກຸ່ມນັກທຸລະກິດດັ່ງກ່າວ ຕ້ອງເອົາໃຈໃສ່ປະຕິບັດຕາມລະບຽບກົດໝາຍ ແລະ ຮັກສາໃຫ້ໄດ້ຄວາມເປັນລະບຽບຮ້ອຍ.

ເຂື່ອນໄຟຟ້າດອນສະໂຮງ ເປັນຝາຍນໍ້າລົ້ນທີ່ບໍ່ມີການເກັບກັກນ້ຳ ໂດຍແມ່ນບໍລິສັດ​​ເມັກກະເຟີຈາກປະເທດມາເລເຊຍ ​ເປັນຜູ້ຮັບເໝົາກໍ່ສ້າງ, ລວມມູນ​ຄ່າການລົງທຶນທັງໝົດ ​ຫລາຍກວ່າ 500 ລ້ານ ​ໂດລາສະຫະລັດ, ​ໃນ​ນັ້ນ ບໍລິສັດ​ດັ່ງກ່າວ ຖື​ຮຸ້ນ 80% ​ແລະ ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ຖື​ຮຸ້ນ 20%, ມີ​ອາຍຸ​ສຳ​ປະທານ 25 ປີ ​ເຊິ່ງເຂື່ອນດັ່ງກ່າວ ປະກອບມີ ​ເຄື່ອງ​ຈັກມີກຳລັງການຕິດຕັ້ງ 260  ເມກາວັດ, ສາມາດຜະລິດກະແສໄຟຟ້າ ໄດ້ສະເລ່ຍ2.000 ກວ່າກິກກາ​ວັດໂມງຕໍ່ປີ ພາຍຫລັງ ສ້າງສຳເລັດ ແລະ ເປີດໃຊ້ຢ່າງເປັນທາງການ ຈະສົ່ງກະແສໄຟຟ້າ ໃຫ້ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ 100%.
ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...