spot_img
Homeຂ່າວຕ່າງປະເທດເກົາ​ຫລີ​ໃຕ້ອອກ​ກົດ​ໝາຍ ສັ່ງ​ຫ​້າມ​ດາ​ລາ​ອາ​ຍຸ​ຕ່ຳ​ກ່​ວາ 25 ປີ ໂຄ​ສະ​ນາ​ເຄື່ອງ​ດື່ມ​ທາດ​ເຫລົ້າ!

ເກົາ​ຫລີ​ໃຕ້ອອກ​ກົດ​ໝາຍ ສັ່ງ​ຫ​້າມ​ດາ​ລາ​ອາ​ຍຸ​ຕ່ຳ​ກ່​ວາ 25 ປີ ໂຄ​ສະ​ນາ​ເຄື່ອງ​ດື່ມ​ທາດ​ເຫລົ້າ!

Published on

kim-yuna-hite-beer-3

ເກົາ​ຫລີ​ໃຕ້​ປະ​ກາດ ຫ້າມ​ບຸກ​ຄົນ​ອາ​ຍຸ​ຕ່ຳ​ກ່​ວາ 25 ປີ ຖ່າຍ​ໂຄ​ສະ​ນາ​ເຄື່ອງ​ດື່ມ​ທາດ​ເຫລົ້າ ຫວັງ​ຫລຸດ​ຜ່ອນ​ສະ​ຖິ​ຕິ​ນັກ​ດື່ມ​ແດນ​ໂສມ​ທີ່​ສູງ​ຂຶ້ນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນວັນ​ທີ 4 ເມ​ສາ​ຜ່ານ​ມາ​ນີ້​ວ່າ ຄະ​ນະ​ກຳ​ມາ​ທິ​ການ​ທີ່​ກ່ຽວ​ຂ້ອງຂອງ​ລັດ​ຖະ​ສະ​ພາ​ ສ. ເກົາ​ຫລີ ໄດ້​ຜ່ານ​ຮ່າງ​ກົດ​ໝາຍ​ກຳ​ນົດບໍ່​ໃຫ້ບຸກ​ຄົນ​ທີ່​ມີ​ອາ​ຍຸ​ຕ່ຳ​ກ່​ວາ 25 ປີ ປະ​ກົດ​ຕົວ​ໃນ​ສື່​ໂຄ​ສະ​ນາ​ເຄື່ອງ​ດື່ມ​ທາດ​ເຫລົ້າ ​ເຊິ່ງ​ສົ່ງ​ຜົນ​ໃຫ້​ດາ​ລາ​ນັກ​ສະ​ແດງ​ທີ່​ມີ​ອາ​ຍຸ​ຕ່ຳ​ກ່​ວາ 25 ປີ ຕ້ອງ​ງົດ​ຖ່າຍ​ໂຄ​ສະ​ນາ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫລົ້າ ເຊັ່ນ ນັກ​ຮ້ອງ​ສາວ ລີ ຈີ ອຶນ ຫລື ໄອ​ຢູ ເຊິ່ງ​ມີ​ອາ​ຍຸ 21 ປີ ຈຳ​ຕ້ອງ​ຢຸດ​ຕິ​ການ​ຖ່າຍ​ໂຄ​ສະ​ນາ​ໃຫ້​ກັບ​ເຫລົ້າ​ໂຊ​ຈຸ (ເຫລົ້າ​ເກົາ​ຫລີຍີ່​ຫໍ້​ດັງ).

ທັງ​ນີ້ ຍັງ​ມີ​ລາຍ​ງານ​​ຂໍ້​ມູນ​ລ່າ​ສຸດ​ວ່າ ຄົນ​ເກົາ​ຫລີ​ໃຕ້​ດື່ມ​ເຫລົ້າ​ໃນ​ປະ​ລິ​ມານ​ຫລາຍ​ເປັນ​ປະ​ຫວັດ​ການ ໂດຍ​ຄົນ​ເກົາ​ຫລີ​ໃຕ້​ຕື່ມ​ເຫລົ້າ​ຈຳ​ພວກ​ວິດ​ສະ​ກີ້ ໂດຍ​ສະ​ເລ່ຍ 13.7 ຊ໊ອດຕໍ່​ອາ​ທິດ ເຊິ່ງ​ເປັນ​ສະ​ຖິ​ຕິ​ທີ່​ສູງ​ກ່​ວາ​ນັກ​ດື່ມ​ໂວດ​ກ້າ​ຊາວ​ຣັດ​ເຊຍ ເຖິງ 2 ເທົ່າ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...